VOV WorldVOV World
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຊົງຄຸນວຸດທິ ແລະ ຊົມລາຍການສະແດງສິລະປະມິດຕະພາບ ຫວຽດນາມ - ຈີນ
16/04/2026 09:00
[VOVWORLD] - ການຮ່ວມມື ຫວຽດນາມ - ຈີນ ນັບມື້ນັບແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ປະຈຸບັນ, ຈີນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ, ສ່ວນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ຈີນ ໃນທົ່ວໂລກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຊົງຄຸນວຸດທິ ແລະ ຊົມລາຍການສະແດງສິລະປະມິດຕະພາບ ຫວຽດນາມ - ຈີນ
1_16-4_fm_sang_tbt_ctn_to_lam_anh_1.jpg ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ທີ່​ການພົບ​ປະ​ (ພາບ: TTXVN)         ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຈີນ, ຕອນ​ບ່າຍ ແລະ ຕອນ​ຄ່ຳ​ວັນ​ທີ 15 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່​ ປັກ​ກິ່ງ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ໄດ້​ພົບ​ປະ​ກັບຍາດ​ຕິ​ພີ່​ນ້ອງບັນ​ດາ​ນາຍ​ທະ​ຫານ, ນັກ​ຊ່ຽ​ວ​ຊ​ານ, ຜູ້ຊົງຄຸນວຸດທິມ​ິດ​ຕະ​ພາບ ຫວຽດ​ນາມ - ຈີນ ແລະ ເຂົ້າ​ຮ່ວມ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ​ຂ່ຳ​ນັບ​ຊົມ​ເຊີຍ​ການ​ຢ້ຽມ​ຢາມ ແລະ ມຸ່ງ​ໄປ​ເຖິງ​ປີ​ຮ່ວມ​ມື​ທ່ອງ​ທ່ຽວ ຫວຽດ​ນາມ - ຈີນ 2026 – 2027.         ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື ຫວຽດ​ນາມ - ຈີນ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ. ປະ​ຈຸ​ບັນ, ຈີ​ນ ແມ່ນ​ຄູ່​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ, ສ່ວນ ຫວຽດ​ນາມ ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ຂອງ ຈີນ​ ໃນ​ທົ່ວ​ໂລກ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ລົງ​ທຶນ, ເຊື່ອມ​ຕໍ່​ດ້ານ​ຄົມ​ມະ​ນາ​ຄົມ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​ທ້ອງ​ຖິ່ນ​ລ້ວ​ນ​ແຕ່​ບັນ​ລຸ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ ໃຫ້​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ​ທີ່​ສຸດ​ໃນ​ຫຼາຍ​ທົດ​ສະ​ວັດ.         ໃນ​ວັນ​ດຽວ​ກັນ, ຢູ່ ປັກ​ກິ່ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ຕະ​ພັນ​ປະ​ຫວັດ​ສາດ​ພັກ​ກອມ​ມູ​ນິດ ຈີນ. 1_16-4_fm_sang_tbt_ctn_to_lam_anh_2.jpg ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ - ຈີນ (ພາບ: TTXVN)         ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ​ຫຼວງ ປ​ັກ​ກິ່ງ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ຈີນ ພ້ອມ​ກັບ​ບັນ​ດາ​ອົງ​ການ​ຂອງ 2 ປະ​ເທດ​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ - ຈີນ ​ຂ່ຳ​ນັບ​ຊົມ​ເຊີຍ​ການ​ຢ້ຽມ​ຢາມ ແລະ ມຸ່ງ​ໄປ​ເຖິງ​ປີ​ຮ່ວມ​ມື​ທ່ອງ​ທ່ຽວ ຫວຽດ​ນາມ - ຈີນ 2026 – 2027.
TAG
VOV/VOVWORLD/​ປະ​ສິດ​ທິ​ຜົນ​/​ຂົງ​ເຂດ. ປະ​ຈຸ​ບັນ/​ຄູ່​ຄ້າ​

More