ລະດູດອກໄມ້ຍາມບຸນເຕັດຂອງຊາວກະສິກອນໝູ່ບ້ານດອກໄມ້ ໝີ້ຟອງ
29/12/2025 10:02
(VOVWORLD) - ໝູ່ບ້ານດອກໄມ້ ໝີ້ຟອງ, ຕາແສງ ໝີ້ຟອງ, ແຂວງ ດົ່ງທາບ ແມ່ນສະຖານທີ່ປູກດອກໄມ້ຫຼາຍກວ່າໝູ່ຢູ່ແຂວງ ດົ່ງທາບ. ນີ້ແມ່ນອາຊີບພື້ນເມືອງດ້ວຍນັບຮ້ອຍຄອບຄົວໄດ້ຜະລິດ, ສະໜອງດອກໄມ້ຍາມບຸນເຕັດໃຫ້ແຫຼາຍແຂວງ ນະຄອນໃນເຂດ. ໃນຈຸດເວລານີ້, ຊາວກະສິກອນໃນໝູ່ບ້ານດອກໄມ້ແຫ່ງນີ້ ຍັງຟ້າວຟັ່ງຄັ່ງຄາກັບການບົວລະບັດດອກໄມ້ເພື່ອສະໜອງໃຫ້ແກ່ຕະຫຼາດຍາມບຸນເຕັດ. ເຂົາເຈົ້າໄດ້ກິນ, ນອນຢູ່ສວນດອກໄມ້ເລີຍເພື່ອປູກ ແລະ ບົວລະບັດດອກໄມ້, ເພືຶ່ອເຮັດໃຫ້ດອກໄມ້ບານກົງກັບໂອກາດບຸນເຕັດດ້ວຍຄຸນນະພາບສູງສຸດ.
ໝູ່ບ້ານດອກໄມ້ ໝີ້ຟອງ ເຊິ່ງແມ່ນສະຖານທີ່ປູກດອກໄມ້ບຸນເຕັດໃຫຍ່ທີ່ສຸດຢູ່ແຂວງ ຕຽນຢາງ (ເກົ່າ)
TAG
VOV/VOVworld/ລະດູດອກໄມ້/ບຸນເຕັດ/ຊາວກະສິກອນ/ໝູ່ບ້ານດອກໄມ້/ໝີ້ຟອງ
Related





