ບໍ່​ພຽງ​ແຕ່​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ຕົ້ນ​ກາ​ເຟ​ກໍ່ພວມ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ​ເປັນ​ຕົ້ນ​ໄມ້ອຸດ​ສາ​ຫະ​ກຳຫຼັກ​ຂອງ​ແຂວງ ​ດ້ຽນ​ບຽນ​ ເທື່ອ​ລະ​ກ້າວ, ​ນຳ​ມາ​ເຊິ່ງ​ມູນຄ່າ​ເສດ​ຖະ​ກິດສູງເມື່ອ​ທຽບ​ໃສ່​ຕົ້ນ​ໄມ້​​ອຸດ​ສາ​ຫ​ະ​ກຳຫຼາຍ​ຊະ​ນິດ. ປັດ​ຈຸ​ບັນ, ແຂວງ​ພວ​ມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ປູກ​ຕົ້ນ​ກາ​ເຟ​ໃຫຍ່​​ຂອງ ຫວຽດ​ນາມ, ພ້ອມ​ທັງ​ຍູ້​ແຮງ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ທີ່ໝັ້​ນ​ແກ່ນ​ມຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ​​ຕະຫຼາດ​ສາ​ກົນ​ຈຸດ​ສຸມ.

ດ້ຽນ​ບຽນ​ ມີ​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່​ເອື້ອອຳນວຍ​ເພື່ອ​ພັດ​ທະ​ນາ​ຕົ້ນ​ກາ​ເຟ Arabica. ຕົ້ນ​ໄມ້​ຊະ​ນິດ​ນີ້​ປະ​ກອບ​ສ່ວນ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ. ຕາມ​ການ​ສະ​ຖິ​ຕິ​ຂອງ​ແຂວງ, ປີ 2025, ລາ​ຄາ​ກາ​ເຟ​ສະ​ເລ່ຍໃນ​ເນື້ອ​ທີ່​​ 1 ເຮັກ​ຕາ ແມ່ນ​ປະມານ 300 ລ້ານ​ດົ່ງ. ສິ່ງ​ເປັນ​ໜ້າ​ເອົາໃຈ​ໃສ່​ນັ້ນ​ແມ່ນ, ໃນ 1 ປີ, ​ສະ​ມາ​ຊິກສະ​ຫະ​ກອນ​ ຟາ​ດິນ ຜູ້ໜຶ່ງ (ຕາ​ແສງ​ ຕວນ​ຢາວ) ສາມາດເກັບ​ເງິນ​ໄດ້​ເກືອບ5 ຕື້​ດົ່ງ(ປະ​ມານ 190.255 USD)​ໃນເນື້ອ​ທີ່ປູກ​ກາ​ເຟ 6 – 7 ເຮັກ​ຕາ​. ທ່ານ ຫງວຽນ​ແອັງ​ຫວຽດ, ປະ​ທາ​ນສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກາ​ເຟ ຮົ່ງ​ກີ ​ສາ​ກົນ ໃຫ້​ຮູ້​ວ່າ:

“​ສ່ວນຫຼາຍແມ່ນພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ມົ້ງ​ ພວມ​ປູກ ແລະ ບົວ​ລະ​ບັດຕົ້ນ​ກາ​ເຟ. ຢູ່​ເຂດ​ພື້ນ​ທີ່ຕ່ຳຈຳນວນໜຶ່ງ​​ຊາວ​ເຜົ່າ​ຜູ້​ໄທ ​ກໍ່​ພວມ​ພັດ​ທະ​ນາ​ຕົ້ນ​ກາ​ເຟ. ບໍ​ລິ​ສັດ​ມຸ່ງ​ໄປ​ເຖິງ​ຕົ້ນ​ກາ​ເຟ​ທີ່ເປັນພະ​ລິດ​ຕະ​ພັນພິ​ເສດ​ເປັນ​ຕົ້ນ ແລະ ນັ້ນ​ແມ່ນ ກາ​ເຟ Arabica. ກາ​ເຟ​ນີ້​ມີ​ລະດັບສານສະກັດຕ່າງ​ກັບ​ກາ​ເຟ​ຢູ່ບ່ອນ​ອື່ນ. ເຮົາ​ຈະ​ມຸ່ງ​ໄປ​ເຖິງ​ການ​​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ລົດ​ຊາດ​ກາ​ເຟ​ຂອງ ຕວັນ​ຢາວ​ ມີ​ຄວາມ​ແຕກ​ຕ່າງ​ກັບກາ​ເຟ​ທີ່​ປູກຢູ່​ເຂດ​​ອື່ນໆ”.

ກາ​ເຟ Arabica ພວມ​​ພັດ​ທະ​ນາແບບ​ລວມ​ສູນ​​ຢູ່​ບັນ​ດາ​ເຂດ​ທີ່​ມີ​ດິນ​ຟ້າ​ອາ​ກາດ ແລະ​ດິນປູກ​ຝັງທີ່​ເໝາະ​ສົມຄື: ເມື່ອງ​ອ້າງ, ກວ່າຍ​ເຕີ, ຕວັນ​ຢາວ. ໃນ​ນັ້ນ, ເມື່ອງ​ອ໋າງ​ ໄດ້​ຮັບ​ການ​ຢັ້ງ​ຢືນ​ຈົດ​ທະ​ບຽນບົ່ງຊີ້ທາງ​ພູມ​​ສາດ​ໃຫ້​​ຜະ​ລິດ​ຕະ​ພັນ​ກາ​ເຟ​​ພິ​ເສດ ດ້ຽນ​ບຽນ. ໃນ​ເມື່ອ​ກ່ອນ, ສ່ວນຫຼາຍ​ກາ​ເຟ​ໄດ້​ນຳໄປ​ຂາຍໃຫ້​ບັນ​ດາ​ບໍ​ລິ​ສັດ​ສົ່ງ​ອອກ​ຢູ່ນອກ​ແຂວງ ​ພາຍ​ໃຕ້​ຮູບ​ແບບ​ກາ​ເຟ​ປຸງ​ແຕ່ງ​ເບື້ອງ​ຕົ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດ​ຈຸ​ບັນ, ບັນ​ດາ​ຮາກ​ຖານ​ພວມ​ຫັນ​ໄປ​ສູ່​ການ​ປຸງ​ແຕ່ງ​ເລິກ​ດ້ວຍ​ຜະ​ລິດ​ຕະ​ພັນ​ກາ​ເຟຫຼາຍ​ຊະ​ນິດ​ທີ່​ມີຫຼາຍ​ຮູບຫຼາຍ​ແບບ, ພ້ອມ​ທັງ​ລົງ​ທຶນ​ກໍ່​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຍົກ​ສູງ​ມູນ​ຄ່າ​ກາ​ເຟ. ມາ​ຮອດ​ປັດ​ຈຸ​ບັນ, ດ້ຽ​ນ​ບຽນ ​ມີ​ຜະ​ລິດ​ຕະ​ພັນ​ກາ​ເຟ 5 ຊະ​ນິດ​ໄດ້​ຮັບໃບ​ຢັ້ງ​ຢືນ​ວ່າ ​ໜຶ່ງ​ຕາ​ແສງ ​ໜຶ່ງ​ຜະ​ລິດ​ຕະ​ພັນ (OCOP). ທ່ານ​ນາງ ເຈິ່ນ​ທິ​ທູ​ຫ໋າຍ, ບໍ​ລິ​ສັດ​ ຫ໋າຍ​ອານ ຈຳ​ກັດ, ຫົວ​ໜ່ວຍທີ່​ມີ​ຜະ​ລິດ​ຕະ​ພັນ​ກາ​ເຟ​ເກືອ ​ໄດ້​ຮັບໃບ​ຢັ້ງ​ຢືນ OCOP 3 ດາວ ໃຫ້​ຮູ້​ວ່າ:

“ກາ​ເຟ Arabica ມີ​​ລົດ​ຊາດ​ພິເສດ​ແມ່ນ​ສົ້ມ, ​ກົມ​ກ່ອມ​ນົວ, ຫວານ. ຜະ​ລິດ​ຕະ​ພັນ​ເພື່ອ​ນຳ​ເຂົ້າ​ຕະຫຼາດ​ຈຳໜ່າຍຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ ກາ​ເຟ​ເມັດເພື່ອ​ຊົງ​​​ດ້ວຍ​ເຄື່ອງ​ຈັກ, ກາ​ເຟຜົງ​ຊົງ​ດ້ວຍເຄື່ອງຕອງ ແລະ ກາ​ເຟ​ເກືອ ເພື່ອ​ໃຫ້​ລູກ​ຄ້າ​​ສາ​ມາດ​ໄດ້ດື່ມຢູ່​ກັບ​ທີ່ ແລະຊື້​ເປັນ​ຂອງ​ຕ້ອນ. ຕະຫຼາດ​ຈຳໜ່າຍໃນ​ປັດ​ຈຸ​ບັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນຢູ່​ໃນ​ແຂວງ ແລະ ນອກແຂວງຄື: ຮ່າ​ໂນ້ຍ, ກວ໋າງ​ຫງາຍ ຫຼື​ ໄຊ​ງ່ອນ, ຝູກວັກ”.

ໂດຍພັດ​ທະ​ນາຫຼັງຈາກ ​ໄຕ​ງວຽນ, ເຊີນ​ລາ, ດ້ຽນ​ບຽນ ໄດ້ກຳ​ນົດພັດ​ທະ​ນາ​ກາ​ເຟ ​ເປັນ​ພືດຫຼັກ​ເທື່ອ​ລະ​ກ້າວ​ແຕ່​ໝັ້ນ​ແກ່ນ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປັດ​ຈຸ​ບັນ, ດ້ຽນ​ບຽນ ​ໄດ້​ປູກໃໝ່​ຕົ້ນ​ກາ​ເຟໃນ​ເນື້ອ​ທີ່ກວ່າ 607 ເຮັກ​ຕາ ແລະ ພວມ​ມຸ່ງ​ໄປ​ເຖິງ​ປີ 2030 ຈະ​ປູກ​ໃນເນື້ອ​ທີກວ່າ 20.000 ເຮັກ​ຕາ. ເປົ້າ​ໝາຍ​ແມ່ນກາຍ​ເປັນ​ແຂວງ​ທີ່ມີ​ເນື້ອ​ທີ່ປູກ​ກາ​ເຟ​ໃຫຍ່​ຂອງ ຫວຽດ​ນາມ.

ແຂວງດ້ຽນ​ບຽນ ​ພວມ​ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ​ “ສີ​ຂຽວ, ອັດ​ສະ​ລິ​ຍະ, ຍືນ​ຍົງ” ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ມຸ່ງ​ໄປ​ເຖິງ​ການ​ສົ່ງ​ອອກ​ກາ​ເຟ​ເປັນ​ປົກ​ກະ​ຕິ. ຕົ້ນ​ກາ​ເຟ ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ​ນັບ​ແຕ່ແນວພັນ ຕະຫຼອດ​ຮອດ​ການ​ຕິດ​ລະ​ຫັດ QR ເຂດ​ປູກ​ເພື່ອ​ມີ​ຄວາມ​ໂປ່ງ​ໃສ​​ນັບແຕ່​ການ​ໂຄ​ສະ​ນາ​ຕະຫຼອດ​​ຮອດ​ການສົ່ງ​ອອກ​​ໂລກ. ທ່ານ​ນາງ ລໍ່​ຫ໋າຍ​ຢິງ, ຮອງ​ຫົວ​ໜ້າ​ ກົມ​ກະ​ສິ​ກຳ​ສາຂາແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ:

“ທາ​ງ​ແຂວງ​ກໍ່​ສຸມ​ໃສ່​ພັດ​ທະ​ນາ​ບັນ​ດາ​ລະ​ບົບ​ເຊື່ອມ​ຕໍ່​ລະ​ຫວ່າງ​ປະ​ຊາ​ຊົນ, ສະ​ຫະ​ກອນ ແລະ ວິ​ສາ​ຫະ​ກິດ. ພ້ອມ​ທັງເພີ່ມ​ທະ​ວີ​ການໝູນ​ໃຊ້​ບັນ​ດາ​ມາດ​ຕະ​ຖານ​ຜະ​ລິດ​ແບບ​ຍືນ​ຍົງ, ປະ​ຕິ​ບັດ​ການ​ຄົ້ນ​ຫາ​ຕົ້ນ​ກຳ​ເນີດ, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ບັນ​ດາ​ຕະຫຼາດ​ສົ່ງ​ອອກ, ພິ​ເສດ​ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ຂອງ​ສະ​ຫະ​ພາບ ເອີ​ລົບ ກ່ຽວ​ກັບ​ການ​ຕ້ານ​ການ​ທຳ​ລາຍ​ປ່າ (ENDR). ໄປ​ຄຽງ​ຄູ່​ກັນ​ນັ້ນ, ທາງ​ແຂວງ​ກໍ່ຈະ​ສືບ​ຕໍ່​ດຶງ​ດູດ​ວິ​ສ​າ​ຫະ​ກິດ​​ລົງ​ທຶນ​ເຂົ້າ​ໃນການ​ປຸງ​ແຕ່ງ​​ເລິກ, ສ້າງ​ລະ​ບົບ​ເຊື່ອມ​ຕໍ່​ນັບ​ແຕ່​ການ​ຜະ​ລິດ​ ເຖິງ​ການ​ຈຳໜ່າຍ, ພັດ​ທະ​ນາ​ເຄື່ອງ​ໝ​າຍ​ກາ​ເຟ ດ້ຽນ​ບຽນ ຕິດ​ພັນ​ກັນ​ການ​ບົ່ງຊີ້ທາງ​ພູມ​ສາດ ແລະ ສົ່ງ​ເສີມ​ການ​ຄ້າ​ຢູ່ພາຍ​ໃນ​ປະ​ເທດ ແລະ ສາ​ກົນ”.

ການກຳນົດທິດ​ທາງ​ທີ່​ຖືກ​ຕ້ອງ ແລະ ຍຸດ​ທະ​ສາດ​ທີ່​ມີ​ແບບ​ມີ​ແຜ​ນ​ບໍ່​ພຽງ​ແຕ່​ຊ່ວຍ​ແຂວງດ້ຽນ​ບຽນ ຍົກ​ສູງ​ມູນຄ່າ​ຕົ້ນ​ປູກຫຼັກ​ເທົ່າ​ນັ້ນ ຫາກ​ຍັງຄ່ອຍໆ​ຢັ້ງ​ຢືນ​ເຄື່ອງ​ໝາຍ​ກາ​ເຟ ດ້ຽນ​ບຽນ ​ໃນ​ແຜນ​ທີ່​ກາ​ເຟຂອງ ຫວຽດ​ນາມ ແລະ ໂລກ ອີກ​ດ້ວຍ.