ກອງປະຊຸມປະກາດແຜນກຳນົດສັງລວມນະຄອນຫຼວງຮ່າໂນ້ຍ ວິໄສທັດ 100 ປີຫາກໍ່ດຳເນີນໃນວັນທີ 29 ມິຖຸນາ ຜ່ານມາ. ນີ້ບໍ່ພຽງແຕ່ແມ່ນເຫດການເສດຖະກິດ - ແຜນກຳນົດເທົ່ານັ້ນ ຫາກຍັງແມ່ນຄຳຖະແຫຼງກ່ຽວກັບການກຳນົດທິດພັດທະນາຂອງຮ່າໂນ້ຍໃນສັງກາດໃໝ່. ນັບແຕ່ນີ້, ຮ່າໂນ້ຍກເລີ່ມຕົ້ນໄລຍະທາງພັດທະນາໃໝ່, ດ້ວຍຄວາມເປັນເຈົ້າການ, ຄວາມໝັ້ນໃຈ ແລະ ຄວາມມຸ່ງຫວັງ, ມຸ່ງໄປເຖິງການສ້າງນະຄອນຫຼວງແຫ່ງອະລິຍະທຳ, ສີວິໄລ, ທັນສະໄໝ, ມີຄວາມຜາສຸກ ແລະ ມີຖານະບົດບາດນັບມື້ນັບສູງໃນແຜນທີ່ບັນດາຕົວເມືອງທົ່ວໂລກ.
ໃນເມື່ອກ່ອນ, ບັນດາແຜນກຳນົດຂອງຮ່າໂນ້ຍເຄີຍໄດ້ຮັບການກໍ່ສ້າງໃຫ້ໄລຍະ 10 ປີ, 20 ປີ ຫຼື 30 ປີ, ປະຈຸບັນການກໍ່ສ້າງແຜນສັງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີໄດ້ສະແດງໃຫ້ເຫັນຈິນຕະນາການພັດທະນາໃໝ່, ໄລຍະຍາວ ແລະ ມີລັກສະນະຍຸດທະສາດ. ບໍ່ພຽງແຕ່ແມ່ນແຜນຜັງໃຫ້ແກ່ການພັດທະນາຂອງຮ່າໂນ້ຍເທົ່ານັ້ນ ຫາກຍັງແມ່ນຄວາມມຸ່ງຫວັງກໍ່ສ້າງນະຄອນຫຼວງໃຫ້ໝັ້ນຄົງເຂັ້ມແຂງ, ທັນສະໄໝໃນອະນາຄົດອີກດ້ວຍ. ທ່ານ ຫວູດ້າຍທັ້ງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ມະຕິຂອງກົມການເມືອງໄດ້ກຳນົດສ້າງບັນດາທິດທາງຍຸດທະສາດເພື່ອໃຫ້ນະຄອນຫຼວງເສີມຂະຫຍາຍບົດບາດເປັນສູນກາງການເມືອງ - ການບໍລິຫານແຫ່ງຊາດຢ່າງຄົບຖ້ວນ, ແມ່ນຂົ້ວເຕີບໂຕຂອງເຂດທົ່ງພຽງແມ່ນ້ຳແດງ ແລະ ຂອງທົ່ວປະເທດ. ກົດໝາຍວ່າດ້ວຍນະຄອນຫຼວງ ປີ 2026 ໄດ້ສ້າງຂອບນິຕິກຳໃໝ່ ດ້ວຍຫຼາຍກົນໄກແບ່ງຂັ້ນ, ແບ່ງສິດ ແລະ ນະໂຍບາຍຈຳເພາະ, ມອບ ສິດໃຫ້ນະຄອນມີເປັນເຈົ້າການກວ່າອີກໃນການລະດົມແຫຼ່ງກຳລັງ, ພັດທະນາພື້ນຖານໂຄງລ່າງ, ຈັດຕັ້ງບໍລິເວນພັດທະນາ ແລະ ຜັນຂະຫຍາຍບັນດາໂຄງການຍຸດທະສາດ”.
ຕາມແຜນກຳນົດແລ້ວ, ຮ່າໂນ້ຍຈະມີໂຄງປະກອບບໍລິເວນພັດທະນາຕາມຮູບແບບ “ຫຼາຍຂັ້ນ, ຫຼາຍຊັ້ນ, ຫຼາຍຂົ້ວ, ຫຼາຍສູນກາງ”, ຖືແມ່ນ້ຳແດງເປັນແກນທັດສະນີຍະພາບຊີວະພາບ - ວັດທະນະທຳຫຼັກ, ລວມມີ 9 ຂົ້ວພັດທະນາ, 9 ສູນກາງໃຫຍ່ ແລະ 9 ແກນກຳລັງໜູນ. ຈຸດພິເສດຂອງແຜນກຳນົດຮ່າໂນ້ຍແມ່ນວິທີເຂົ້າເຖິງການປະສົມປະສານ, ຄົບຊຸດລະຫວ່າງແຜນກຳນົດພື້ນທີ່, ພື້ນຖານໂຄງລ່າງ, ເສດຖະກິດ - ສັງຄົມ, ສິ່ງແວດລ້ອມ ແລະ ການຄຸ້ມຄອງບໍລິຫານຕົວເມືອງ. ແທນທີຈະພັດທະນາຕາມລວງກວ້າງ, ຮ່າໂນ້ຍກຳນົດຫັນປ່ຽນໄປສູ່ຮູບແບບພັດທະນາດ້ວຍຄຸນນະພາບສູງ, ອີງຕາມພູມປັນຍາ, ເຕັກໂນໂລຢີ ແລະ ນະວັດຕະກຳ. ທ່ານ ຫງວຽນຈ້ອງກີແອັງ, ຫົວໜ້າພະແນກແຜນກຳນົດ - ສະຖາປັດຕະຍາກຳຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກຳນົດພື້ນຖານໂຄງລ່າງຈະຊັກນຳການວາງແຜນກຳນົດ. ພວກຂ້າພະເຈົ້າປັບປຸງລະບົບຮ່າງພື້ນຖານໂຄງລ່າງຂອງຮ່າໂນ້ຍໃຫ້ສົມບູນແບບ, ເພີ່ມເຕີມບັນດາເສັ້ນທາງລົດໄຟຕົວເມືອງ, ປະຕິບັດສຳເລັດ ແລະ ສືບຕໍ່ຜັນຂະຫຍາຍບັນດາເສັ້ນທາງເຊື່ອມຕໍ່ກັບເສັ້ນທາງອ້ອມເມືອງ. ນັ້ນແມ່ນສ່ວນໜຶ່ງຂອງທັດສະນະ “ຫຼາຍຂັ້ນ, ຫຼາຍຊັ້ນ” ໃນແຜນກຳນົດ. ພວກຂ້າພະເຈົ້າກໍ່ກຳນົດອາກາດລະດັບຕ່ຳໃຫ້ແຜນກຳນົດຮ່າໂນ້ຍ, ນີ້ແມ່ນຈຸດໃໝ່. ເສດຖະກິດອາກາດລະດັບຕ່ຳ (Low Altitude Economy – LAE) ມຸ່ງໄປເຖິງອາກາດມີການຄວບຄຸມ 1.000 ແມັດລົງມາ ຄື: ວັດຖຸບິນບໍ່ມີຄົນຂັບ, ລົດແທັກຊີບິນ”.
ໃນແຜນກຳນົດ, ທາງນະຄອນໃຫ້ບຸລິມະສິດດຶງດູດການລົງທຶນເຂົ້າບັນດາຂົງເຂດພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ພັດທະນາຕົວເມືອງຕາມຮູບແບບພັດທະນາຕົວເມືອງຕິດພັນກັບຄົມມະນາຄົມສາທາລະນະ (TOD), ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ສູນຂໍ້ມູນ; ເຂດອຸດສາຫະກຳລຸ້ນໃໝ່, logistics ອັດສະລິຍະ, ພະລັງງານສະອາດ; ເສດຖະກິດໝູນວຽນ, ອຸດສາຫະກຳວັດທະນະທຳ, ການທ່ອງທ່ຽວ, ການແພດ ແລະ ການສຶກສາທີ່ມີຄຸນນະພາບສູງ. ທ່ານ ຫງວຽນຈ້ອງກີແອັງ ໃຫ້ຮູ້ຕື່ມອີກວ່າ:
“ແຜນກຳນົດໄດ້ຮັບການປະຕິບັດຕາມມະຕິເລກທີ 57 ຂອງກົມການເມືອງວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ, ຮ່າໂນ້ຍໄດ້ນຳເສດຖະກິດດີຈີຕອນຈຳນວນຫຼາຍເຂົ້າໃນແຜນກຳນົດ. ເສດຖະກິດດີຈີຕອນຈະສະແດງອອກໃນການຄຸ້ມຄອງຂໍ້ມູນດີຈີຕອນໃນຂອງເຂດວາງແຜນກຳນົດ, ພັດທະນາເສດຖະກິດສັງຄົມ. ໄປຄຽງຄູ່ກັນນັ້ນ, ຮ່າໂນ້ຍຈະພັດທະນາຕົວເມືອງຕາມຮູບແບບ ປ່າໃນຕົວເມືອງ - ເມືອງໃນປ່າ, ໝູ່ບ້ານໃນຕົວເມືອງ - ເມືອງໃນໝູ່ບ້ານ” ເຊິ່ງສະແດງໃຫ້ເຫັນການພັດທະນາຢ່າງກົມກຽວລະຫວ່າງຕົວເມືອງ ແລະ ຊົນນະບົດ”.
ຮ່າໂນ້ຍກຳນົດ 3 ກຳລັງໜູນສຳຄັນເພື່ອຫັນແຜນກຳນົດໃຫ້ປະກົດຜົນເປັນຈິງແມ່ນປັບປຸງລະບອບລະບຽບການໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງຍຸດທະສາດ ແລະ ປ່ຽນແປງໃໝ່ວິທີການຄຸ້ມຄອງບໍລິຫານ. ກ່ຽວກັບພື້ນຖານໂຄງລ່າງ, ຮ່າໂນ້ຍໄດ້ເລີ່ມລົງມືກໍ່ສ້າງ 5 ເສັ້ນທາງລົດໄຟຕົວເມືອງ, ບັນດາໂຄງການເສັ້ນທາງອ້ອມຕົວເມືອງ, ຂົວຂ້າມແມ່ນ້ຳແດງ, ກິດຈະກຳເຮືອນຢູ່ອາໄສ, ເຮືອນຢູ່ສັງຄົມ, ໂຄງລ່າງການສຶກສາ, ການແພດ, ວັດທະນະທຳ, ບັນດາສູນນະວັດຕະກຳ ແລະ ມີຫຼາຍກິດຈະກຳພື້ນຖານໂຄງລ່າງຈຸດສຸມອື່ນໆ. ທ່ານ ຫວູດ້າຍທັ້ງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຮ່າໂນ້ຍ ເຊື້ອເຊີນປະຊາຄົມວິສາຫະກິດ ແລະ ບັນດານັກລົງທຶນພາຍໃນປະເທດ, ສາກົນສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນ; ພ້ອມກັນສ້າງບັນດາສູນນະວັດຕະກຳ, ບັນດາເຂດເຕັກໂນໂລຢີອຸດສາຫະກຳສູງ, ບັນດາສູນການເງິນ, ການຄ້າ, ການບໍລິການ, logistics; ພ້ອມກັບພັດທະນາລະບົບພື້ນຖານໂຄງລ່າງທີ່ທັນສະໄໝ, ບັນດາຕົວເມືອງສີຂຽວ, ອັດສະລິຍະ ແລະ ເປັນໜ້າດຳລົງຊີວິດ. ແຕ່ລະການຕັດສິນລົງທຶນຈະປະກອບສ່ວນສ້າງໂສມໜ້າຂອງນະຄອນຫຼວງໃນຫຼາຍທົດສະວັດຈະມາເຖິງ. ແຕ່ລະໂຄງການປະສົບຜົນສຳເລັດຈະປະກອບສວ່ນເຂົ້າໃນເປົ້າໝາຍສ້າງຮ່າໂນ້ຍກາຍເປັນສູນພັດທະນາທີ່ຂະຫຍັນຂັນເຄື່ອນຂອງພາກພື້ນ ແລະ ປະກອບສ່ວນປະຕິບັດຄວາມມຸ່ງຫວັງສ້າງປະເທດຫວຽດນາມ ໃຫ້ພັດທະນາ, ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ”.
ດ້ວຍວິໄສທັດ ພັດທະນາ 100 ປີ, ຮ່າໂນ້ຍພວມມີບັນດາພື້ນຖານສຳຄັນເພື່ອມຸ່ງໄປເຖິງເປົ້າໝາຍພັດທະນານະຄອນເຊື່ອມຕໍ່ກັບທົ່ວໂລກ, ສູນນະວັດຕະກຳ, ສູນການເງິນ, ການຄ້າ ແລະ ການບໍລິການທີ່ມີກຳລັງແກ້ງແຍ້ງສູງໃນພາກພື້ນ. ຮ່າໂນ້ຍຈະຢັ້ງຢືນບົດບາດນຳໜ້າ, ສ້າງກຳລັງແຜ່ກະຈາຍຢ່າງແຮງສຳລັບເຂດນະຄອນຫຼວງ ແລະ ທົ່ວປະເທດ, ກາຍເປັນແຫ່ງທີ່ດຶງດູດບັນດານັກລົງທຶນ, ບ່ອນເຕົ້າໂຮມຂອງພູມປັນຍາ, ເຕັກໂນໂລຢີ, ແຫຼ່ງກຳລັງ ແລະ ແນວຄວາມຄິດພັດທະນາໃໝ່.







