VOV WorldVOV World
​ເພີ່ມ​ກຳ​ລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ
27/01/2026 16:00
(VOVWORLD) - ມະຕິສະບັບເລກທີ 68 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ ແມ່ນຂີດໝາຍສຳຄັນພິເສດສຳລັບພື້ນຖານເສດຖະກິດ ຫວຽດນາມ, ໃນນັ້ນມີປະຊາຄົມວິສາຫະກິດ. ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມະຕິສະບັບດັ່ງກ່າວໄດ້ເພີ່ມຄວາມເຊື່ອໝັ້ນ, ສ້າງກຳລັງໜູນໃໝ່ເພື່ອໃຫ້ປະຊາຄົມວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການລົງທຶນ, ນະວັດຕະກຳ ແລະ ຮ່ວມເດີນທາງພັດທະນາພ້ອມກັບປະເທດຊາດ.
  ໃນໄລຍະຜ່ານມາ, ປະຊາຄົມວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບມື້ນັບມີສະຕິຈະແຈ້ງກວ່າກ່ຽວກັບບົດບາດ, ຄວາມຮັບຜິດຊອບ ແລະ ພາລະກຳຂອງຕົນຕໍ່ກັບການພັດທະນາເສດຖະກິດ, ສັງຄົມ, ຍົກສູງຄວາມສາມາດບໍລິຫານ, ຄວາມສາມາດແກ້ງແຍ້ງ, ເປີດກວ້າງການຮ່ວມມືກັບສາກົນ, ຍູ້ແຮງການລົງທຶນທຳການຜະລິດ ແລະ ການດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນ ກໍໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າອີກ. ທ່ານ ຟ້າມຖາຍບິ່ງ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຢີ ຈູງອານ, ນະຄອນ ເກີ່ນເທີ ໃຫ້ຮູ້ວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍສົ່ງເສີມພາກສ່ວນເສດຖະກິດເອກະຊົນພັດທະນາ, ຮ່ວມເດີນທາງພ້ອມກັບປະເທດຊາດ ແລະ ມະຕິສະບັບເລກທີ 68 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕັດສິນໃຈຂອງພັກ ແລະ ລັດ ໃນການປ່ຽນແປງໃໝ່ຈິນຕະນາການ, ລົບລ້າງຮົ້ວກີດຂວາງ, ສ້າງສະພາບແວດລ້ອມທີ່ສະດວກກວ່າເພື່ອໃຫ້ວິສາຫະກິດເອກະຊົນພັດທະນາ. ມະຕິສະບັບດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມຫວັງຈາກປະຊາຄົມວິສາຫະກິດຫຼາຍທີ່ສຸດ. ທ່ານກ່າວວ່າ: “ ຈາກສະພາບຕົວຈິງ ຂອງ ວິສາຫະກິດຕົນກໍ່ຄືບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນ ຫຼາຍ ວິຊາ ອາຊີບ, ຂ້າພະເຈົ້າເຫັນວ່າແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ໄດ້ ສົ່ງເສີມວິສາຫະກິດເອກະຊົນທີ່ສຸດ ເພື່ອ ຮ່ວມແຮງຮ່ວມໃຈສ້າງ ສາ ປະເທດໃຫ້ພັດທະນາ. ມະຕິສະບັບເລກທີ 68 ແມ່ນການຢັ້ງຢືນສິ່ງດັ່ງກ່າວ. ບັນດາວິສາຫະກິດເຫັນດີເຫັນພ້ອມທີ່ສຸດ ແລະ ພວກຂ້າພະເຈົ້າມີຄວາມປາດຖະໜາຢ່າງຍິ່ງວ່າ ບັນດາຜົນປະໂຫຍດຈາກມະຕິນີ້ ຈະສົ່ງຜົນກະທົບຢ່າງຕັ້ງໜ້າ ໃນ ຊີວິດການເປັນຢູ່ໂດຍໄວ”. ມະຕິສະບັບເລກທີ 68 ແມ່ນຂີດໝາຍທີ່ມີຄວາມສຳຄັນພິເສດສຳລັບພື້ນຖານເສດຖະກິດ ຫວຽດນາມ, ໂດຍສະເພາະແມ່ນປະຊາຄົມວິສາຫະກິດ. ເປັນຄັ້ງທຳອິດ, ຈິນຕະນາການພັດທະນາໄດ້ວາງເນື້ອໃນຈຸດສຸມຢ່າງຈະແຈ້ງ ນັ້ນແມ່ນເລັ່ງໃສ່ການພັດທະນາກຳລັງແຮງພາຍໃນ, ຖືພາກສ່ວນເສດຖະກິດເອກະຊົນແມ່ນກຳລັງໜູນຫຼັກໃຫ້ແກ່ການເຕີບໂຕ ແລະ ໄດ້ຮັບການຮັບຮູ້ວ່າເປັນເປົ້າໝາຍທີ່ຈຳເປັນຕ້ອງໄດ້ຮັບການຮັບໃຊ້, ຮ່ວມເດີນທາງເພື່ອພ້ອມກັນພັດທະນາ. ພ້ອມກັນນັ້ນ, ບັນດາວິສາຫະກິດພາຍໃນປະເທດ ກໍສະແດງຄວາມປິຕິຊົມຊື່ນ, ຄວາມໝັ້ນໃຈ, ກຽມພ້ອມທຸ່ມເທໃຈ, ປະກອບສ່ວນໃຫ້ພື້ນຖານເສດຖະກິດຫຼາຍກວ່າອີກ, ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງສ້າງຄວາມຮັ່ງມີໃຫ້ແກ່ສັງຄົມ ແລະ ປະເທດອີກດ້ວຍ. ສຳລັບບໍລິສັດ ໄຊງ່ອນ ກິມຮົ່ງ, ເຊິ່ງເປັນວິສາຫະກິດເອກະຊົນທີ່ເຂົ້າຮ່ວມແຜນຮ່າງປູກເຂົ້າຄຸນນະພາບສູງໃນເນື້ອທີ່ 1 ລ້ານເຮັກຕາ, ຫຼຸດຜ່ອນການປ່ອຍອາຍພິດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ລົງລະດັບຕ່ຳ, ການປະກອບສ່ວນອັນສໍຳຄັນທີ່ວິສາຫະກິດນີ້ນຳມາໃຫ້ປະຊາຊົນ ແລະ ແຜນຮ່າງນັ້ນແມ່ນ ມາດຕະການຫຼຸດຜ່ອນປະລິມານແນວພັນຫວ່ານກ້າ. ວິສາຫະກິດບໍ່ພຽງແຕ່ຖ່າຍທອດມາດຕະການເຕັກນິກເທົ່ານັ້ນ ຫາກຍັງເປັນເຈົ້າການຮ່ວມເດີນທາງໜູນຊ່ວຍຊາວກະສິກອນເຂົ້າເຖິງເຄື່ອງຈັກ, ອຸປະກອນກະເສດທີ່ທັນສະໄໝຮັບໃຊ້ການຜະລິດ. ທ່ານນາງ ດ່າວທິຍືແຮ່, ຜູ້ອຳນວຍການບໍລິສັດ ໄຊງ່ອນ ກິມຮົ່ງ, ໃຫ້ຮູ້ວ່າ ເລື່ອງຖືສິດຜົນປະໂຫຍດຂອງປະຊາຊົນເປັນບູລິມະສິດແຖວໜ້າແມ່ນພື້ນຖານເພື່ອໃຫ້ວິສາຫະກິດສືບຕໍ່ຮ່ວມເດີນທາງໄລຍະຍາວພ້ອມກັບຂະແໜງກະສິກຳ ຫວຽດນາມ. ນີ້ກໍແມ່ນວິທີເພື່ອໃຫ້ວິສາຫະກິດເອກະຊົນປະກອບສ່ວນຫັນເປົ້າໝາຍຂອງມະຕິສະບັບເລກທີ 68 ໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງການສ້າງພື້ນຖານກະສິກຳສີຂຽວ, ມີປະສິດທິຜົນ ແລະ ພັດທະນາແບບຍືນຍົງ. “ວິສາຫະກິດພວກຂ້າພະເຈົ້າພວມຈັດບັນດາລາຍການຈ່າຍຜ່ອນໃຫ້ແກ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງແຫຼ່ງທຶນຂອງບໍລິສັດ. ພວກຂ້າພະເຈົ້າກໍເຊື່ອມຕໍ່ບັນດາຄອບຄົວ ຫຼືຊາວກະສິກອນ ເມື່ອເຂົາເຈົ້າຊື້ເຄື່ອງຈັກ, ຜະລິດຕະພັນ… ພວກຂ້າພະເຈົ້າຜັດປ່ຽນກັນເຮັດຢູ່ທ້ອງຖິ່ນຕ່າງໆເພື່ອໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນໄດ້ເຂົ້າເຖິງ, ຈາກນັ້ນ ກໍ ສາມາດເກັບຕົ້ນທຶນໄດ້ໄວກວ່າ” . ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດເສດຖະກິດກະສິກຳຈຸດສຸມ ແຕ່ຄວາມຈິງແລ້ວ ຈຳນວນວິສາຫະກິດກະເສດເພີ່ມຂຶ້ນຍັງຊັກຊ້າຢູ່, ໂດຍສະເພາະແມ່ນວິສາຫະກິດ startup ໃນຂົງເຂດກະສິກຳ. ເພື່ອແກ້ໄຂສະພາບການດັ່ງກ່າວໃຫ້ໄດ້ນັ້ນ, ມະຕິສະບັບເລກທີ 68 ໄດ້ຊ່ວຍໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ເຂົ້າເຖິງທີ່ດິນ, ສິນເຊື່ອ, ວິທະຍາສາດ, ເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ: “ເມື່ອສະພາບແວດລ້ອມດຳເນີນທຸລະກິດມີຄວາມສະດວກ, ບັນດາແຜນນະໂຍບາຍໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະ ບັນ ດ າບັນຫາ ຊ່ວຍຊູກັນໃຫ້ ໄດ້ຮັບການໜູນຊ່ວຍນັ້ນ ຂ້າພະເຈົ້າຄິດວ່າ ມະຕິສະບັບນີ້ ຈະເຂົ້າສູ່ຊີວິດຕົວຈິງ ແລະ ນຳມາເຊິ່ງຄວາມໝາຍຕັ້ງໜ້າທີສຸດ. ເພາະວ່າ, ເມື່ອມີເງື່ອນໄຂສະດວກແລ້ວ ທັງປະຊາຊົນ ແລະ ວິສາຫະກິດຈະກ້າເຂົ້າຮ່ວມການລົງທຶນ. ດ້ວຍເງື່ອນໄຂນັ້ນ, ເປົ້າໝາຍຮອດປີ 2030 ຫວຽດນາມ ມີ 2 ລ້ານ ວິສາຫະກິດນັ້ນຈະບໍ່ແມ່ນເລື່ອງຍາກ”. ມະຕິສະບັບເລກທີ 68 ບໍ່ພຽງແຕ່ເປີດໂອກາດພັດທະນາໃໝ່ໃຫ້ແກ່ພາກສ່ວນເສດຖະກິດເອກະຊົນເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ການປ່ຽນແປງຈິນຕະນາການບໍລິຫານ ແລະ ຮັບໃຊ້ວິສາຫະກິດ. ເມື່ອມະຕິສະບັບດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດ ແລະ ແທ້ຈິງຈະເຮັດໃຫ້ຖັນແຖວນັກທຸລະກິດນັບມື້ນັບເຂັ້ມແຂງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເສດຖະກິດຂອງປະເທດແບບຍືນຍົງ./.
TAG
VOV/VOVworld/