VOV WorldVOV World
ເພີ່ມມູນຄ່າເພີ່ມໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະຂະໜາດກາງຂອງຫວຽດນາມ
03/09/2017 17:00
(VOVWORLD) -ສ້າງເງື່ອນໄຂໜູນຊ່ວຍ, ຍົກສູງຄວາມສາມາດແກ່ງແຍ່ງ, ຫົວຄິດປະດິດສ້າງ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ແມ່ນໜຶ່ງໃນ 4 ເນື້ອໃນບຸລິມາສິດຂອງ ຫວຽດນາມ ຢູ່ເວທີປາໄສ APEC ໃນປີນີ້. ດ້ວຍຈຳນວນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ກວມຈຳນວນຫຼາຍ, ທີ່ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ການພັດທະນາພື້ນຖານເສດຖະກິດຂອງ ຫວຽດນາມ ນັ້ນ, APEC 2017 ແມ່ນໂອກາດເພື່ອໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ ຂອງ ຫວຽດນາມ ຮຳ່ຮຽນເອົາບົດຮຽນ, ເພີ່ມຄວາມສາມາດ, ສ້າງການພົວພັນຮ່ວມມືດຳເນີນທຸລະກິດກັບບັນດາວິສາຫະກິດແຖວໜ້າໂລກ.
ເພີ່ມມູນຄ່າເພີ່ມໃຫ້ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະຂະໜາດກາງຂອງຫວຽດນາມ
ກຸ່ມວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ ຂອງ ຫວຽດນາມ ແມ່ນກຸ່ມວິສາຫະກິດສຳຄັນທີ່ສຸດ ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງຢູ່ໃນ APEC ອີກດ້ວຍ. ກຸ່ມນີ້ກວມເຖິງ 79% ຈຳນວນວິສາຫະກິດທັງໝົດໃນ APEC ແລະ ປະກອບວຽກເຮັດງານທຳປະມານ 65%, ແລະ ມູນຄ່າສົ່ງອອກໃນພາກພື້ນ APEC ແຕ່ 30-40%. ເຖິງວ່າມີບົດບາດສຳຄັນທີ່ສຸດກໍ່ຕາມ, ແຕ່ໃນໄລຍະຜ່ານມາ, ວິສາຫະກິດຂະໜາດນ້ອຍທີ່ສຸດ, ຂະໜາດນ້ອຍ ແລະ ຂະໜາດກາງພັດປະສົບກັບຄວາມຫຍຸ້ງຍາກຫຼາຍຍ້ອນຂາກແຄນດ້ານການເງິນ, ແຫຼ່ງຊັບພະຍາກອນມະນຸດຍັງຄົງຄ້າງ, ໂດຍສະເພາະແມ່ນເຕັກໂນໂລຢີຍັງອ່ອນຢູ່. ທ່ານ ຫງວຽນຕັງເກື່ອງ, ຜູ້ອຳນວຍການໃຫຍ່ບໍລິສັດກົນຈັກ ກວາງຈູງ, ຜູ້ຕາງໜ້າວິສາຫະກິດ ຫວຽດນາມ, ແບ່ງປັນວ່າ: “ຄວາມຫຍຸ້ງຍາກໃຫຍ່ກວ່າໝູ່ຂອງພວກຂ້າພະເຈົ້າແມ່ນຢູ່ຕະຫຼາດ ແລະ ທີສອງແມ່ນບັນຫາເຕັກໂນໂລຢີ. ເຖິງວ່າພວກຂ້າພະເຈົ້າກໍ່ໄດ້ລົງທຶນດ້ານເຕັກໂນໂລຢີຫຼາຍທີ່ສຸດກໍ່ຕາມ ແຕ່ເມື່ອທຽບໃສ່ບັນດາປະເທດໃນພາກພື້ນແມ່ນຍັງໜ້ອຍຢູ່“.
TAG
VOV/VOVworld/ວິ​ສາ​ຫະ​ກິດ

More