IEA ກ່າວເຕືອນວິກິດການດ້ານພະລັງງານທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ
22/04/2026 09:00
[VOVWORLD] -ວັນທີ 21 ເມສາ, ທ່ານ Fatih Birol ຜູ້ອຳນວຍການໃຫຍ່ອົງການພະລັງງານສາກົນ (IEA) ກ່າວເຕືອນວ່າ ການປະທະກັນລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບ ອີຣານ ໄດ້ກໍ່ວິກິດການດ້ານພະລັງງານຢ່າງຮ້າຍແຮງທີ່ສຸດ ເຊິ່ງໂລກເຄີຍປະເຊີນໜ້າ.

ເມື່ອກ່າວຄຳເຫັນໃນຄື້ນວິທະຍຸ France Inter ຂອງ ຝລັ່ງ, ທ່ານ Fatih Birol ເນັ້ນໜັກວ່າ ນີ້ແມ່ນ “ວິກິດການຄັ້ງໃຫຍ່ສຸດໃນປະຫວັດສາດ” ເມື່ອບັນດາຜົນກະທົບຈາກລາຄານ້ຳມັນ ແລະ ອາຍແກັດເພີ່ມຂຶ້ນຢ່າງແຮງ ບວກກັບຜົນຕາມມາຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກ່ອນໜ້ານັ້ນ. ໝາກຜົນແມ່ນ ຕະຫຼາດພະລັງງານທົ່ວໂລກໃນປັດຈຸບັນຖືກກຳລັງກົດດັນແບບບໍ່ເຄີຍມີມາກ່ອນ, ເຊິ່ງລື່ນກາຍບັນດາວິກິດການໃນຊຸມປີ 1973, 1979 ແລະ 2022 ບວກເຂົ້າກັນ. ການປະທະກັນຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz, ເຊິ່ງເປັນເສັ້ນທາງຂົນສົ່ງດ້ວຍການເດີນເຮືອຍຸດທະສາດທີ່ຄ່ຽນຖ່າຍປະມານ 20% ປະລິມານນ້ຳມັນບໍ່ ແລະ ອາຍແກັດເຫຼວທຳມະຊາດທົ່ວໂລກ ຖືກຂາດວັກຂາດຕອນຢ່າງຮ້າຍແຮງ. ສະພາບການກ່ຳປັ່ນຖືກຕິດຄ້າງຢູ່ເຂດນີ້ພວມເຮັດໃຫ້ຄວາມສ່ຽງແຫຼ່ງສະໜອງຖືກຕັດຂາດເພີ່ມຂຶ້ນ, ຍູ້ໃຫ້ລາຄາພະລັງງານສູງຂຶ້ນໃນວົງກວ້າງ.
TAG
VOV/VOVWORLD/ນ້ຳມັນບໍ່ ແລະ ອາຍແກັດເຫຼວທຳມະຊາດທົ່ວໂລກ/ວິກິດການດ້ານພະລັງງານທີ່ຮ້າຍແຮງ
Related
More




