ເປີດກວ້າງຕະຫຼາດສົ່ງອອກຜັກໝາກໄມ້ຫວຽດນາມ
01/08/2017 06:27
(VOVWORLD) -ໄລ່ສະເພາະເດືອນກໍລະກົດປີ 2017, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ບັນລຸ 3,11 ຕື້ USD, ນຳວົງເງິນສົ່ງອອກໃນ 7 ເດືອນຕົ້ນປີບັນລຸເກືອບ 20,45 ຕື້ USD.

ພິເສດ ໃນໝາກຜົນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ການສົ່ງອອກຜະລິດຕະພັນກະເສດ, ໃນນັ້ນມີຜັກ, ໝາກໄມ້ໄດ້ຮັບຖືວ່າແມ່ນບາດກ້າວບຸກທະລຸ, ບໍ່ພຽງແຕ່ຢູ່ຕົວເລກເຕີບໂຕເທົ່ານັ້ນ, ຫາກຍັງເປີດກວ້າງເຖິງຫຼາຍປະເທດໃນໂລກອີກດ້ວຍ. ໃນໝາກຜົນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ມູນຄ່າສົ່ງອອກບັນດາຜະລິດຕະພັນກະເສດຕົ້ນຕໍ່ຄາດວ່າບັນລຸ 10,89 ຕື້ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016; ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນຂະນະທີ່ມີຜະລິດຕະພັນກະເສດຕົ້ນຕໍ່ບາງສະໜິດຄື: ເຂົ້າສານ, ກາເຟ, ໝາກມ່ວງຫິມະພານ, ຢາງພາລາ ພຽງບັນລຸລະດັບເຕີບໂຕບໍ່ຫຼາຍ ຫຼື ຖືກຫຼຸດລົງ, ຜະລິດຕະພັນປະເພດຜັກ, ໝາກໄມ້ພັດບືນຕົວຂຶ້ນຢູ່ໃນລະດັບທີ 3 ຖັດຈາກສິນໃນນ້ຳ ແລະ ສົ່ງອອກໄມ້.
TAG
VOV/VOVworld/ຄຸນນະພາບສູງ
Related
More




.jpg)



