4 ເດືອນປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ: ບັນດາບາດກ້າວຫັນປ່ຽນທຳອິດ ແລະ ການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ
06/11/2025 07:50
(VOVWORLD) - ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

(ພາບປະກອບ: VOV) ການຜັນຂະຫຍາຍຮູບແບບອຳນາດການປົກຄອງ 2 ຂັ້ນຢູ່ 34 ແຂວງ, ນະຄອນແມ່ນບາດກ້າວເດີນສຳຄັນໃນການປະຕິຮູບລະບອບລະບຽບການ ແລະ ສັບຊ້ອນກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບຢູ່ ຫວຽດນາມ. ການຜັນຂະຫຍາຍນີ້ໄດ້ດຳເນີນໄປຢ່າງຄົບຊຸດ, ຮອບດ້ານ, ນັບແຕ່ການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ຕະຫຼອດຮອດການປະກາດໃຊ້ການແນະນຳລະອຽດເພື່ອທ້ອງຖິ່ນຈັດຕັ້ງປະຕິບັດ.
TAG
VOV/VOVworld/4 ເດືອນ/ຮູບແບບອຳນາດການປົກຄອງ 2 ຂັ້ນ/ການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ/ທ່ານຮອງນາຍົກລັດຖະມົນຕີ ນາງ ຟ້າມທິແທັງຈ່າ
Related








