ບັນ​ດາການ​ປະ​ຕິ​ຮູບ​ຢ່າງ​ຕໍ່​ເນື່ອງ​ໃນ​ຂົງ​ເຂດຊັບສິນ​ທາງ​ປັນ​ຍາໃຫ້​ເຫັນ​ວ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ໄດ້​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ເຊື່ອມ​ຕົວ​ເຂົ້າ​ກັບ​ສາ​ກົນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເປັນ​ເຈົ້າ​ການ​ສ້າງ​ລະ​ບົບ​ຊີ​ວະ​ພາບ​ນິຕິ​ກຳ​ອີກ​ດ້ວຍ ເພື່ອ​ແນ​ໃສ່​ຫ​ັນຊັບ​ສິນ​ທາງ​ພູມ​ປັນ​ຍາ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ອີກ​ດ້ວຍ.

ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ປະ​ຕິ​ບັດ

ກົດ​ໝາຍ​ສະ​ບັບ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍຊັບສິນ​ທາງ​ປັນ​ຍາ ປີ 2025 (ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທ​ີ 1 ເມ​ສາ ​ປີ 2026) ເປັນ​ຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ຫັນ​ປ່ຽ​ນ​ສຳ​ຄັນ ເມື່ອ​ສືບ​ຕໍ່​ໄດ້​ວາງ​ຈຸດ​ສຸມ​ເຂົ້າ​ໃນ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ໃນ​ການ​ເຄື່ອນ​ໄຫວຊັບສິນ​ທາງ​ປັນ​ຍາ; ບໍ່​ພຽງ​ແຕ່​​ສຸມ​ໃສ່ການປົກປ້ອງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເປີດ​ກວ້າງ​ອອກ​ໄປ​ການ​ຂຸດ​ຄົ້ນ ແລະ ຫັນ​ຊັບ​ສິນ​ດ້ານ​ພູມ​ປັນ​ຍາ​ເປັນ​ການ​ຄ້າ​ອີກ​ດ້ວຍ. ທ່ານ ຫງວຽນ​ຮວ່າງຢ​າງ ຮອງ​ຫົວ​ໜ້າ​ກົມຊັບສິນ​ທາງ​ປັນ​ຍາ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ກົດ​ໝາຍ​ວ່າ​ດ້ວຍຊັບສິນ​ທາງ​ປັນ​ຍາໄດ້​ເພີ່ມ​ເຕີມ​ບັນ​ດາ​ມາດ​ຕະ​ການ ແລະ ຂໍ້​ກຳ​ນົດ​ພົນ​ລະ​ເຮືອນ. ລະ​ອຽດ​ຄື ​ໄດ້​ອະ​ນຸ​ຍາດ​ໃຫ້​ສານ​ອອກ​ຄຳ​ຕັດ​ສິນ​ບັງ​ຄັບ​ການ​ຍຸບ​ເລີກ, ປິດຊ້ອນ ຫຼື​ສະ​ກັດ​ກັ້ນ​ການ​ເຂົ້າ​ເຖິງ​ເນື້ອ​ໃນ​ທີ່ລະ​ເມ​ີດ​ທາງ​ອິນ​ເຕີ​ເນັດ; ອອກ​ຄຳ​ຕັດ​ສິນໂດຍ​ຊົ່ວ​ຄາວ ປິດການໃຊ້ງານ ບໍ່​ໃຫ້​ເຂົ້າ​ຂໍ້​ມູນ, ເນື້ອ​ໃນ, ບັນ​ຊີ, ເວັບ​ໄຊ, ໂປຼ​ແກຼມ ຫຼືລະຫັດທີ່ຢູ່ອິນເຕີເນັດທີ່​ກ່ຽວຂ້ອງເຖິງ​ການ​ກະ​ທຳ​ແຊກ​ແຊງ ດ້ວຍ​ບັນ​ດາ​ມາ​ຕະ​ການ​ຮີບ​ດ່ວນຊົ່ວ​ຄາວ.

ໃນ​ຂະ​ນະ​ນັ້ນ, ວຽກ​ງານ​ປະ​ຕິ​ບັດ​ສິດຊັບສິນ​ທາງ​ປັນ​ຍາກໍ່​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ. ໃນ​ເດືອນ​ກຸມ​ພາ ​ປີ 2026, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້​ຄຳ​ສັ່ງ​ເລກ​ທີ 02 (02/CT-TTg ) ກ່ຽວ​ກັ​ບການ​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ສິດຊັບສິນ​ທາງ​ປັນ​ຍາ. ທ່ານ ເລ​ຮູຍ​ແອັງ, ຮອງ​ຫົວ​ໜ້າ​ກົມຊັບສິນ​ທາງ​ປັນ​ຍາ ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ຖ້າ​ຫາກວ່າ​ພວກ​ເຮົາ​ເຮັດ​ວຽກ​ງານ​ກຳ​ນົດ​ສິດ​ເປັນ​ຢ່າງ​ດີ ແຕ່​ວຽກ​ງານ​ປະ​ຕິ​ບັດ​ບໍ່​ໄດ້​ດີ ຈະ​ເຮັດ​ໃຫ້​ຫລຸດຄຸນຄ່າ​ຊັບ​ສິນ​ທາງ​ພູມປັນ​ຍາ​ລົງ. ດັ່ງນັ້ນ, ການ​ເຄື່ອນ​ໄຫວ​ຕ້ານ​ການ​ແຊກ​ແຊງ​ສິດຊັບສິນ​ທາງ​ປັນ​ຍາແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ທີ່​ສຸດ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ ແລະ ເຮັດ​ໃຫ້​ສະ​ພາ​ລ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ໂປ່ງໃສ​ກວ່າ.

ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຈະ​ແຈ້ງ

ຕົວ​ຈິງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ທີ່​ຈະ​ແຈ້ງ​ໃນ​ການປົກປ້ອງ ແລະ ປະ​ຕິ​ບັດ​ສິດຊັບສິນ​ທາງ​ປັນ​ຍາ. ໄລຍະ 2021-2025, ຫວຽດ​ນາມ ​ຮັບ​ໃບ​ຄຳຮ້ອງ​ຂໍກຳ​ມະ​ສິດ​ຊັບສິນທາງອຸດ​ສາ​ຫະ​ກຳ 423.000 ສະ​ບັບ, ແກ້​ໄຂ​ກວ່າ 436.000 ສະບັບ ແລະ ສະ​ໜອງ​ເອ​ກະ​ສານ​ປົກປ້ອງ​ກວ່າ 255.000 ສະບັບ, ​ເພີ່ມ​ຂຶ້ນ​ຫຼາຍ​ເມື່ອ​ທຽບ​ກັບ​ໄລ​ຍະ​ກ່ອນ. ຈຳ​ນວນ​ໃບຄຳ​ຮ້ອງ​ຂໍ​ປະ​ດິດ​ສ້າງ​ພາຍ​ໃນ​ປະ​ເທດ​ມີ​ຄວາມ​ເຕີ​ບ​ໂຕ​ທີ່​ຕັ້ງ​ໜ້າ​ຜ່ານ​ແຕ່​ລະ​ປີ ໄດ້ພວມ​ສ່ອງ​ແສງ​ຄວາມ​ສາ​ມາດ​ທາງນະ​ວັດ​ຕະ​ກຳ​ພາຍ​ໃນ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ ແລະ ໄດ້​ຫັນ​ເປັນ​ຊັບ​ສິນ​ທາງ​ພູມ​ປັນ​ຍາ​ທີ່​ມີມູນ​ຄ່າ​ເສດ​ຖະ​ກິ​ດ​ຕົວ​ຈິງ​ເທື່ອ​ລະ​ກ້າວ.

ໃນ​ການ​ເຂົ້າເຖິງ​ກັບ​ຕ່າງ​ປະ​ເທດ, ຍາມ​ໃດ ຫວຽດ​ນາມ ກໍ່​ສະ​ແດງ​ນ້ຳ​ໃຈເປີດອົກເປີດໃຈ ແລະ ​ຮ່ວມ​ມື ຄື​ດັ່ງ​ຄຳ​ຢືນ​ຢັນ​ຂອງ ​ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ທີ່​ວ່າ:

ໃນ​ໄລ​ຍະ​ຜ່ານ​ມາ, ຍາມ​ໃດ ຫວຽດ​ນາມ ກໍ່​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ ໃນ​ການ​​ປົກປ້ອງ ຊັບສິນ​ທາງ​ປັນ​ຍາ ນັບ​ທັງ​ໃນ​ການ​ສ້າງ​ລະ​ບົບ​ຂໍ້​ກຳ​ນົດ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ຂອງ ປ​ຊ​ຊ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ກັບ​ອົງ​ການ ຊັບສິນ​ທາງ​ປັນ​ຍາໂລກ (WIPO), ອາ​ເມ​ລິ​ກາ ແລະ ຫຼາຍ​ປະ​ເທດອື່ນ; ເດັດ​ດ່ຽວ​ຕ້ານ, ແກ້​ໄຂ​ບັນ​ດາ​ການ​ລະ​ເມີດຊັບສິນ​ທາງ​ປັນ​ຍາຢ່າງ​ເຂັ້ມ​ງວດ. ນີ້​ທັງ​ແມ່ນ​ການ​ບຸ​ລິ​ມະ​ສິດ​ສູງ, ທັງ​ແມ່ນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ລຸ​ລ່ວງຂອງ ຫວຽດ​ນາມ​ ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ໂປ່ງແຈ້ງ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ ຖື​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ເປັນ​ກຳ​ລັງ​ໜູນ​ຕົ້ນຕໍ.

ຫວຽດ​ນາມ ພວມ​​ຢູ່ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ລະ​ບົບຊັບສິນທາງ​ປັນ​ຍາໃຫ້ສົມ​ບູນ​ແບບ​ຕາມ​ທິດ​ທັນ​ສະ​ໄຫມ, ຄົບ​ຊຸດ ແລະ ເຊື່ອມ​ໂຍງ. ໃນ​ສະ​ພາບ​ການ​ແກ່ງ​ແຍ້ງ​ທົ່ວ​ໂລກ​ນັບ​ມື້​ນັບ​ຂ້ຽວ​ຂາດ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ​ໄດ້​ພັດ​ທະ​ນາ​ຢ່າງ​ໄວ​ວານັ້ນ, ບັນ​ດາ​ການ​ເໜັ​ງ​ຕິງນີ້ ບໍ່​ພຽງ​ແຕ່​ໄດ້​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ເຊື່ອມ​ໂຍງ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສາ​ມາດ​ພາຍ​ໃນ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ທີ່ໂປ່ງ​ແຈ້ງ, ຍືນ​ຍົງ ແລະ ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ອີກ​ດ້ວຍ./.