ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອິນເດຍ, ຕອນບ່າຍວັນທີ 06 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ New Dehli, ກ່າວປາໄສນະໂຍບາຍ ທີ່ສະພາບັນດາບັນຫາໂລກຂອງ ອິນເດຍ ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ ຫວຽດນາມ - ອິນເດຍ ໃນສັງກາດໃໝ່: ແບ່ງປັນວິໄສທັດ, ການເຕົ້າໂຮມຍຸດທະສາດ, ການຮ່ວມມືທີ່ແທ້ຈິງ”, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ປາດຖະໜາວ່າ 2 ປະເທດຈະພ້ອມກັບສຸມໃສ່ຜັນຂະຫຍາຍບັນດາການກຳນົດທິດໃຫຍ່ຄືເນື້ອໃນໃນຖະແຫຼງການຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ. ທ່ານເຊື່ອໝັ້ນວ່າ ເມື່ອກ້າວເຂົ້າສູ່ສັງກາດໃໝ່, ການພົວພັນ ຫວຽດນາມ - ອິນເດຍ ຈະພັດທະນາຢ່າງແຮງ ແລະ ແທດຈິງກວ່າໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບບັນດານັກຄົ້ນຄວ້າ, ນັກຊ່ຽວຊານດ້ານການພົວພັນກັບສາກົນແຖວໜ້າຂອງ ອິນເດຍ.





