ທ່ານເລຂາທິການໃຫຍ່ ປະທານປະເທດ ໄດ້ຮຽກຮ້ອງຕ້ອງຮີບເຮັ່ງສ້າງມະຕິສະບັບໃໝ່ ໃນນັ້ນ ຕ້ອງສ້າງບາດກ້າວຫັນປ່ຽນຢ່າງແຮງກ່ຽວກັບດ້ານຈິນຕະນາການ, ລະບອບລະບຽບການ ແລະ ຮູບແບບການພັດທະນາທະເລດ້ວຍວິໄສທັດໃໝ່.
ຮູບແບບການຄຸ້ມຄອງບໍລິຫານທະເລແຫ່ງຊາດທັນສະໄໝ
ໃນມະຕິສະບັບໃໝ່ຕ້ອງມີແຜນນະໂຍບາຍ, ການກຳນົດທິດເລື່ອງຄົ້ນຄ້ວາ, ສະເໜີຮູບແບບການຄຸ້ມຄອງບໍລິຫານທະເລທີ່ທັນສະໄໝ, ເປັນເອກະພາບ, ລຸລ່ວງບົນຂໍ້ມູນ ແລະ ວາງແຜນຜັງພື້ນທີ່ທະເລແຫ່ງຊາດ. ເປົ້າໝາຍແມ່ນນຳທະເລກາຍເປັນພື້ນທີ່ພັດທະນາຍຸດທະສາດຂອງປະເທດຊາດຢ່າງແທ້ຈິງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກຢ່າງມີໄຊ ແລະ ຄວາມມຸ່ງຫວັງຮອດປີ 2045, ນຳ ຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງ. ທ່ານເລຂາທິການໃຫຍ່ ປະທານປະເທດ ຊີ້ແຈ້ງວ່າ:
ທະເລບໍ່ພຽງແຕ່ແມ່ນບ່ອນຂຸດຄົ້ນຊັບພະຍາກອນ ຫຼືພັດທະນາບາງຂະແໜງເສດຖະກິດເທົ່ານັ້ນ, ຫາກຕ້ອງໄດ້ກຳນົດວ່າແມ່ນພື້ນທີ່ພັດທະນາຍຸດທະສາດຂອງຊາດ, ແມ່ນບ່ອນເຕົ້າໂຮມບັນດາຜົນປະໂຫຍດພັດທະນາປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວິທະຍາສາດ ເຕັກໂນໂລຊີ ແລະ ເຊື່ອມໂຍງເຂົ້າກັບສາກົນ ອີກດ້ວຍ. ດັ່ງນັ້ນ, ມະຕິສະບັບໃໝ່ ບໍ່ພຽງແຕ່ໄດ້ຕອບຄຳຖາມແມ່ນພັດທະນາບັນດາຂະແໜງເສດຖະກິດທະເລຄືແນວໃດເທົ່ານັ້ນ, ຫາກຍັງຕ້ອງຕອບໄດ້ຄຳຖາມໃຫ່ຍກ່ວາຄື ຫວຽດນາມ ຈະຂຸດຄົ້ນ ແລະ ບໍລິຫານ ເສີມຂະຫຍາຍທົ່ວພື້ນທີ່ທະເລແຫ່ງຊາດຄືແນວໃດ ເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາປະເທດຊາດໃນຫຼາຍທົດສະຕະວັດຈະມາເຖິງອີກດ້ວຍ.
ຕາມບັນດານັກຊ່ຽວຊານ, ນີ້ແມ່ນວິທີເຂົ້າເຖິງທີ່ຮອບດ້ານຂອງທ່ານເລຂາທິການໃຫຍ່ ປະທານປະເທດ ກ່ຽວກັບຍຸດທະສາດພັດທະນາໝູ່ເກາະທະເລໃນສັງກາດໃໝ່.
ຄວາມໝາຍທີ່ໃຫ່ຍຫຼວງທີ່ສຸດຂອງການປ່ຽນແປງນີ້ ແມ່ນຊ່ວຍໃຫ້ ຫວຽດນາມ ຜ່ານຜ່າວິທີພັດທະນາທີ່ຍັງຖືກແບ່ງແຍກຕາມຂະແໜງ, ທ້ອງຖິ່ນ ແລະ ຕາມແຕ່ລະໂຄງການຍ່ອຍ. ດັ່ງນັ້ນ, ຈິນຕະນາການໃໝ່ຈະຊ່ວຍຈັດພື້ນທີ່ທະເລ, ແຄມທະເລ ແລະ ໝູ່ເກາະຄືນໃໝ່ຕາມທິດມີປະສິດທິຜົນ ແລະ ຍືນຍົງກ່ວາ.
ປະເທດທະເລທີ່ແຂງແຮງໃນສະຕະວັດທີ 21
ຫວຽດນາມ ສູ້ຊົນກາຍເປັນ “ປະເທດທະເລທີ່ແຂງແຮງໃນສະຕະວັດທີ 21” ແມ່ນເປົ້າໝາຍກວມລວມ ແລະ ຍຸດທະສາດໃນບັນດາມະຕິກ່ຽວກັບການພັດທະນາທະເລຂອງ ຫວຽດນາມ. ລະອຽດ ນັ້ນແມ່ນປະເທດທີ່ມີພື້ນຖານວິທະຍາສາດ, ເຕັກໂນໂລຊີທະເລທີ່ກ້າວໜ້າ, ທັນສະໄໝ ແລະ ແຫຼ່ງຊັບພະຍາກອນມະນຸດທະເລທີ່ມີຄຸນນພາບສູງ, ມີຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບທະເລ ແລະ ມະຫາສະໝຸດ; ລະບົບບໍລິຫານ, ຄຸ້ມຄອງທະເລສັງລວມ ແລະ ເປັນເອກະພາບ; ເສດຖະກິດທະເລພັດທະນາຢ່າງວ່ອງໄວ, ສີຂຽວ ແລະ ຍືນຍົງ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບທາງທະເລມີຄວາມອາດສາມາດປົກປ້ອງອະທິປະໄຕ, ບັນດາສິດ ແລະ ຜົນປະໂຫຍດທະເລອື່ນຂອງ ຫວຽດນາມ ຢ່າງໝັ້ນຄົງ.
ບັນດາຂະແໜງເສດຖະກິດທະເລ, ໂດຍສະເພາະແມ່ນ “ເສດຖະກິດທະເລເລິກ, ທະເລໄກ” ຕ້ອງໄປຕາມຂັ້ນຕອນຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທາງທະເລຕ້ອງທັນສະໄໝ, ສາມາດຄວບຄຸມເຂດນ່ານຟ້າ, ພື້ນທີ່ໜ້ານ້ຳທະເລ ແລະ ພື້ນທີ່ໃຕ້ທະເລ…
ພື້ນຖານເສດຖະກິດທະເລທີ່ແຂງແຮງດ້ວຍລະບົບພື້ນຖານໂຄງລ່າງທັນສະໄໝ, ບັນດາຂະແໜງເສດຖະກິດທະເລມີຄຸນຄ່າເພີ່ມສູງ ແລະ ການມີໜ້າຢ່າງມີປະສິດທິຜົນຂອງບັນດາການເຄື່ອນໄຫວເສດຖະກິດທີ່ຖືກຕ້ອງຕາມກົດໝາຍຢູ່ທະເລ ບໍ່ພຽງແຕ່ສ້າງກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນເພີ່ມທະວີຄວາມສາມາດບົ່ມຊ້ອນແຫ່ງຊາດອີກດ້ວຍ, ຕິດພັນຢ່າງສະໜິດແໜ້ນລະຫວ່າງການພັດທະນາກັບການປົກປ້ອງອະທິປະໄຕ, ສິດອະທິປະໄຕ ແລະ ຜົນປະໂຫຍດຂອງຊາດຢູ່ທະເລໃນໄລຍະໃໝ່./.








