ສິດທິມະນຸດໃຫຍ່ສຸດ ແມ່ນເພື່ອໃຫ້ປະຊາຊົນກວ່າ 100 ລ້ານ ຄົນ ໄດ້ດຳລົງຊີວິດໃນຄວາມເສລີ, ອີ່ມຫນຳສຳລານສົມບູນພູນສຸກ
12/12/2024 09:03
(VOVWORLD) - ວັນ ສິດທິມະນຸດໂລກ ຄືວັນທີ 10 ທັນວາປີນີ້ ມີຫົວຂໍ້ວ່າ: “ສິດຂອງພວກເຮົາ, ອະນາຄົດຂອງພວກເຮົາ, ໃນປະຈຸບັນ”. ຢູ່ ຫວຽດນາມ, ຫນຶ່ງໃນບັນດາຈຸດຫລັກຂອງສັງກາດໃຫມ່ ນັ້ນແມ່ນ ມຸ່ງໄປເຖິງເປົ້າໝາຍສິດທິມະນຸດ, ສິດທິພົນລະເມືອງ ນັບມື້ນັບໄດ້ຮັບປະກັນໃຫ້ດີກວ່າ.

ນັກຮຽນ ນັກສຶກສາ ໄດ້ຮັບການໂຄສະນາ, ການສຶກສາ ກ່ຽວກັບສິດທິມະນຸດ. (ພາບ: Báo Đảng Cộng sản Việt Nam) ສິດທິມະນຸດ ແລະ ການສຶກສາສິດທິມະນຸດ ແມ່ນມີຄວາມໝາຍສຳຄັນພິເສດ, ຊ່ວຍໃຫ້ທຸກຄົນເຂົ້າໃຈກ່ຽວກັບສິດທິມະນຸດ; ມີສະຕິໃນການປົກປ້ອງບັນດາສິດຂອງຕົວເອງ ແລະ ເຄົາລົບກຽດສັກສີ, ບັນດາສິດ ແລະ ຄວາມເສລີຂອງຜູ້ອື່ນ. ການປົກປ້ອງສິດທິມະນຸດ ແລະ ການສຶກສາມະນຸດແມ່ນບັນຫາມີລັກສະນະທົ່ວປວງຊົນ, ຮອບດ້ານຂອງທົ່ວປະເທດ.
TAG
VOV/VOVworld/ການສຶກສາສິດທິມະນຸດ/ສິດເສລີປະຊາທິປະໄຕ/ຄອບຄົວທຸກຍາກ/ເຄົາລົບກຽດສັກສີ
Related








