VOV WorldVOV World
ອາ​ເມ​ລິ​ກາ ແລະ ອີ​ຣານ ເລີ່ມດຳ​ເນີນ​ການ​ເຈ​ລະ​ຈາ
06/02/2026 09:19
(VOVWORLD) - ຕາມແຜນການແລ້ວ, ວັນທີ 06 ກຸມພາ, ຜູ້ຕາງໜ້າຂັ້ນສູງຂອງ ອາເມລິກາ ແລະ ອີຣານ ເລີ່ມດຳເນີນການເຈລະຈາແບບເຊິ່ງໜ້າຄັ້ງທຳອິດຢູ່ ໂອມານ. ການເຈລະຈາລະຫວ່າງ ອາເມລິກາ - ອີຣານ ໄດ້ເລີ່ມດຳເນີນໃນເວລາ 10 ໂມງ ເຊົ້າຂອງວັນທີ 06 ກຸມພາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Muscat ຂອງ ໂອມານ.
ອາ​ເມ​ລິ​ກາ ແລະ ອີ​ຣານ ເລີ່ມດຳ​ເນີນ​ການ​ເຈ​ລະ​ຈາ
  ຮູບແບບການເຈລະຈາໄດ້ດຳເນີນແບບສອງຝ່າຍເຊິ່ງໜ້າ, ໂດຍບໍ່ຜ່ານປະເທດເປັນກາງໄກ່ເກ່ຍ ແລະ ບໍ່ມີການເຂົ້າຮ່ວມຂອງບັນດາຝ່າຍອື່ນ. ຫົວໜ້າຄະນະເຈລະຈາຝ່າຍ ອາເມລິກາ ແມ່ນທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ Donald Trump. ສ່ວນຝ່າຍ ອີຣານ ນຳໂດຍທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ. ທ່ານ Witkoff ແລະ ທ່ານ Araghchi ແມ່ນຜູ້ຕາງໜ້າຂອງ ອາເມລິກາ ແລະ ອີຣານ ໃນບັນດາການເຈລະຈານິວເຄຼຍຂັ້ນສູງລະຫວ່າງສອງປະເທດເມື່ອຕົ້ນປີ 2025.         ກ່ຽວກັບເນື້ອໃນປຶກສາຫາລືໃນຮອບເຈລະຈາຢູ່ ໂອມານ, ມີບາງແຫຼ່ງຂ່າວໃນພາກພື້ນໄດ້ຢັ້ງຢືນວ່າ ບັນດາວາລະເຈລະຈາສ່ວນຫຼາຍຈະປິ່ນອ້ອມບັນຫານິວເຄຼຍ ຂອງ ອີຣານ, ແຕ່ກໍ່ອາດຈະລວມມີທັງໂຄງການລູກສອນໄຟນຳວິຖີ ແລະ ການໜູນຫຼັງຂອງ ອີຣານ ໃຫ້ກຸ່ມປະກອບອາວຸດໃນໄລຍະເກີດສົງຄາມ.
TAG
VOV/VOVworld/ອາ​ເມ​ລິ​ກາ ແລະ ອີ​ຣານ/ເຈ​ລະ​ຈາ/ບັນ​ຫາ​ນິວ​ເຄຼຍ

More