ກຳ​ປັ່ນ Agioi Fanendes, ໄດ້​ຮັບ​ນ້ຳ​ມັນ diesel ປະ​ມານ 40.000ໂຕນ​ທີ່​ມີ​ປະ​ລິ​ມານ ທາດ​ມາດ​ຕ່ຳ​ທີ່​ສຸດ​ຢູ່​ທ່າ​ກຳ​ປັ່ນ​ Primorsk ຂອງ ລັດ​ເຊຍ​ໃນ​ວັນ​ທີ 22 ຕຸ​ລາ ແລະ ພວມ​ເດີນ​ທາງ​ໄປ​ຍັງ New York. ຂໍ້​ມູນ​ຕິດ​ຕາມ​ການ​ເດີນ​ເຮືອ​ສະ​ແດງ​ໃຫ້​ເຫັນ​ວ່າ​ ຄາດ​ວ່າ​ກຳ​ປັ່ນ​ຈະ​ເຂົ້າ​ທຽບ​ທ່າ​ໃນ​ຕົ້ນ​ເດືອນ​ພະ​ຈິກ, ພາຍຫຼັງ​ການ​ເລືອກ​ຕັ້ງ​​ກາງ​ສະ​ໄໝ ອາ​ເມ​ລິ​ກາ​ໃນ​ວັນ​ທີ 3 ພະ​ຈິກ. ນີ້​ແມ່ນ ນ້ຳ​ມັນ diesel ງວດ​ທຳ​ອິດ​ຂອງ​ລັດ​ເຊຍ ມຸ່ງ​ໄປ​ເຖິງ​ຕະຫຼາດ​ອາ​ເມ​ລິ​ກາ ຕາມ​ຂໍ້​ຕົກ​ລົງ​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ປະ​ກາດ​ໃນ​ວັນ​ທີ 9 ຕຸ​ລາ. ກ່ອນ​ໜ້າ​ນັ້ນ, ວໍ​ຊິງ​ຕັນ​ໄດ້​ຫ້າມ​ນຳ​ເຂົ້າ​ນ້ຳ​ມັນ diesel ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ບໍ​ຂອງ ລັດ​ເຊຍ​ແຕ່ປີ 2022, ພາຍ​ຫຼັງ​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ. ການ​ກະ​ທຳ​ເຊື່ອມ​ຕໍ່​ການ​ນຳ​ເຂົ້ານ້ຳ​ມັນ diesel ລັດ​ເຊຍ ໄດ້​ດຳ​ເນີນ​ເມື່ອ​ຄ່າ​ເຊື້ອ​ໄຟ​ຢູ່ ອາ​ເມ​ລິ​ກາ​ ເພີ່ມ​ຂຶ້ນ​ສູງ​ຍ້ອນ​ການ​ຂາດ​ວັກ​ຂາດ​ຕອນ​ແຫຼ່ງ​ສະ​ໜອງ​ຈາກ​ສົງ​ຄາມ​ກັບ​ອີ​ຣານ.