ລັດຖະບານ ອາ​ເມ​ລິ​ກາ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ປິດ​ປະ​ຕູລັດຖະບານ​ກ່ອນ​ວັນ​ບຸນ ຄຼິດສະມາດ, ເມື່ອ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຂອງ​ພັກ​ສາ​ທາ​ລະ​ນະ ແລະ ປະ​ຊາ​ທິ​ປະ​ໄຕ ຍັງບໍ່ທັນໄດ້ບັນລຸຄວາມເຫັນດີເຫັນ​ພ້ອມ​ກ່ຽວກັບ​ງົບ​ປະ​ມານ​ຂອງສະ​ຫະ​ລັດ, ພິ​ເສດ​ແມ່ນບັນດາບ້ວງໃຊ້ຈ່າຍ​ຮັບ​ໃຊ້​ບັ້ນການທະຫານ​ຢູ່ ອີຣານ.

ງົບປະມານເພື່ອ​ເຄື່ອນ​ໄຫວໃນປະຈຸບັນຂອງລັດຖະບານສະ​ຫະ​ລັດຈະໝົດ​ກຳ​ນົດ​ເວ​ລາໃນວັນທີ 11 ທັນວາ. ໃນຂະນະນັ້ນ, ຂໍ້ສະເໜີຂອງ ທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ທີ່ຈະເພີ່ມງົບປະມານ 350 ຕື້ USD ໃຫ້ແກ່​ກະ​ຊວງ​ປ້ອງ​ກັນເທດ ພວມກໍ່​ຄວາມ​ໂຕ້​ຖຽງ​ກັນຢູ່​ສະ​ພາ​ແຫ່ງ​ຊາດ. ​ກ່ຽວ​ກັບຝ່າຍພັກ​ປະ​ຊາ​ທິ​ປະ​ໄຕ, ​ມີ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຈຳ​ນວນ​ໜຶ່ງຮຽກຮ້ອງໃຫ້ນຳເອົາມາດຕາຢຸດຕິ​ບັນ​ດາການ​ເຄື່ອນ​ໄຫວ​ດ້ານ​ການທະຫານ​ແນ​ໃສ່ ອີຣານ ເຂົ້າໃນຮ່າງ​ກົດ​ໝາຍ​ວ່າ​ດ້ວຍງົບປະມານ. ​ເຖິງຢ່າງໃດກໍຕາມ, ​ພາຍ​ໃນ​ພັກ​ເອງກໍ່​ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ ຍ້ອນຄວາມ​ວິ​ຕົກກັງວົນວ່າ ລັດຖະບານຖືກ​ປິດ​ປະ​ຕູຈະສົ່ງຜົນກະທົບຕໍ່ພະ​ນັກ​ງານ​ສະ​ຫະ​ລັດ​ນັບພັນຄົນ.