ອາເມລິກາແລະຟິລີບປີນເຫັນດີ:ການຂັດແຍ້ງຢູ່ທະເລຕ້ອງແກ້ໄຂໂດຍສັນຕິວິທີ
18/11/2015 11:09
(vovworld)- ວັນທີ 18/11, ທີ່ການເຈລະຈາຢູ່ນອກກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ດຳເນີນໄປຢູ່ ມານີລາ

ປະທານາທິບໍດີ ອາເມລິກາ B. Obama ແລະ ປະທານາທິບໍດີ ຟິລີບປີນ Benigno Aquino ພາບ:tintuc.vn (vovworld)- ວັນທີ 18/11, ທີ່ການເຈລະຈາຢູ່ນອກກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ດຳເນີນໄປຢູ່ ມານີລາ ປະເທດ ຟິລີບປີນ, ທ່ານປະທານາທິບໍດີ ອາເມລິກາ B. Obama ແລະ ຄູ່ຕຳແຫນ່ງ ຟິລີບປີນ Benigno Aquino ເຫັນດີວ່າ: ບັນດາການຂັດແຍ້ງຢູ່ທະເລ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງການເຈລະຈາ, ປະທານາທິບໍດີ ຟີລີບປີນ Aquino ໃຫ້ຮູ້ວ່າ: ການນຳສອງທ່ານ ໄດ້ປຶກສາຫາລືກ່ຽວກັບຄວາມປອດໄພການເດີນທະເລ, ໃນນັ້ນ ມີການຂັດແຍ້ງຢູ່ທະເລໃນພາກພື້ນກໍຄືສິ່ງທ້າທາຍ. ທ່ານ ປະທານາທິບໍດີ ຟີລີບປີນ Aquino ເນັ້ນຫນັກວ່າ: ຄວາມເສລີການເດີນທະເລ ແລະ ເຂດນ່ານຟ້າຢູ່ທະເລຕາເວັນອອກ ຕ້ອງສືບຕໍ່ໄດ້ຮັບການຮັກສາ, ສອດຄອ່ງກັບກົດໝາຍສາກົນ. ທ່ານປະທານາທິບໍດີ ອາເມລິກາ B. Obama ຖືວ່າ: ຈີນ ຕ້ອງຢຸດຕິການເຄື່ອນໄຫວກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ.
TAG
vovworld/ກອງປະຊຸມສຸດຍອດ
Related
More






