(ພາບ: Reuters/Dale Zanine)
ຄຸນນະທາດຂອງທິມບານເຕະແຊ້ມສືບຕໍ່ໄດ້ຮັບການຢັ້ງຢືນເມື່ອທິມບານເຕະ ອາກຊັງຕິນ ຍາດໄດ້ຊະນະຕໍ່ທິມບານເຕະ ອັງກິດ 2 ປະຕູກໍ່ 0 ໃນນັດແຂ່ງຂັນ 4 ທິມສຸດທ້າຍງານແຂ່ງຂັນ FIFA World Cup 2026. ນັດແຂ່ງຂັນໄດ້ຈັດຂຶ້ນໃນຮຸ່ງເຊົ້າວັນທີ 16 ກໍລະກົດ (ຕາມເວລາ ຮ່າໂນ້ຍ, ຢູ່ສະໜາມກິລາ Atalanta (ອາເມລິກາ).
ໃນເຫດການທີ່ກ່ຽວຂ້ອງ, ທີ່ນັດແຂ່ງຂັນລະຫວ່າງທິມບານເຕະ ອັງກິດ ແລະ ຝລັ່ງ ແຂ່ງຂັນຊິງອັນດັບທີ່ 3 World Cup 2026 ຈະຈັດຂຶ້ນໃນວັນທີ 18 ກໍລະກົດ ຍັງພວມໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຂອງແຟນບານ. ຕາມບັນດາໂປແກຼທແຝຼດຟອມຂາຍປີ້ທາງອອນລາຍ, ປະຈຸບັນ, ລາຄາປີ້ເພື່ອເຂົ້າຊົມນັດແຂ່ງຂັນທີ່ຈັດຂຶ້ນໃນວັນທີ 18 ກໍລະກົດ ຢູ່ສະໜາມກິລາ Hard Rock ຢູ່ Miami ແມ່ນແຕ່ 1.180 – 2.000 USD/ປີ້.







