ອາຊຽນເພີ່ມທະວິກຳລັງຄວາມສາມາດວິທະຍາສາດ,ເຕັກໂນໂລຊີແລະປ່ຽນໃຫມ່
13/11/2013 08:55
(vovworld)-ກອງປະຊຸມລັດຖະມົນຕີວິທະຍາສາດແລະເຕັກໂນໂລຊີອາຊຽນຄັ້ງທີ 15 ດຳເນີນໄປໃນວັນທີ 12/11 ຢູ່ນະຄອນຫລວງ ກົວລາລຳເປີ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ພາບ:internet (vovworld)-ກອງປະຊຸມລັດຖະມົນຕີວິທະຍາສາດແລະເຕັກໂນໂລຊີອາຊຽນຄັ້ງທີ 15 ດຳເນີນໄປໃນວັນທີ 12/11 ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 100 ທ່ານທີ່ມາຈາກ 10 ປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເລດີງຕຽນ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນຳຫນ້າໄດ້ເຂົ້າຮ່ວມ ແລະ ມີບົດປະກອບຄຳເຫັນທີ່ກອງປະຊຸມດັ່ງກ່າວ. ກອງປະຊຸມ ໄດ້ເຕື້ອງເຖິງບັນດາບັນຫາຄື: ສ້າງຕັ້ງກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃຫມ່ ອາຊຽນ, ບັນດາມາດຕະຖານວິທະຍາສາດໃນອາຊຽນ, ສ້າງວິວັດການ ແລະ ແຜນການດຳເນີນງານຂອງອາຊຽນໃນໄລຍະ 2015-2020.
TAG
vovworld/vov/ກອງປະຊຸມລັດຖະມົນຕີວິທະຍາສາດ/ອາຊຽນ
Related






