VOV WorldVOV World
ອາບ​ຟ​ຼິກ​ກາ​ໃຕ້ ສະ​ເໜີ​ສ້າງ​ຄະ​ນະ​ກຳ​ມະ​ການ ສ​ປ​ຊ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ
20/04/2026 07:13
[VOVWORLD] - ອາບ​ຟ​ຼິກ​ກາ​ໃຕ້ ຈະ​ຍື່ນ​ສະ​ເໜີ້​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ກ່ຽວ​ກັບ​ຂາດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ ເພື່ອ​ໃຫ້ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ຢູ່ກອ​ງ​ປະ​ຊຸມ​ຄັ້ງ​ທີ 80, ຄາດ​ວ່າ​ຈະ​​ດຳ​ເນີນ​ໃນ​ປີ 2026.
ອາບ​ຟ​ຼິກ​ກາ​ໃຕ້ ສະ​ເໜີ​ສ້າງ​ຄະ​ນະ​ກຳ​ມະ​ການ ສ​ປ​ຊ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ
ອາບ​ຟ​ຼິກ​ກາ ປະ​ກາດ​ແຜນ​ການ​ຍື່ນ​ສະ​ເໜີ​ຮ່າງ​ມະ​ຕິ​ທີ່​ມີ​ລັກ​ສະ​ນະ​ບາ​ດ​ລ້ຽວ​ຢູ່ ສ​ປ​ຊ ເພື່ອ​ແນ​ໃສ່​ນຳ​ບັນ​ຫາ​ຄວາມ​ສະ​ເໝີ​ພາບ​ລ​ະ​ຫວ່າງ​ຍິງ​ຊາຍ ເຂົ້າ​ໂຄງ​ການ​ດຳ​ເນີນ​ງານ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ຢູ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ກ່ຽວ​ກັ​ບລັດ​ຖຸ​ຫົວ​ຮຸນ​ແຮງ ແລະ ສະ​ພາບ​ຂາດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ​ປົກ​ປ້ອງ​ປະ​ຊາ​ທິ​ປະ​ໄຕ, ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ນະ​ຄອນ Barcelona (ແອັດ​ສະ​ປາຍ) ໃນ​ວັນ​ທີ 18 ເມ​ສາ, ທ່ານ Cyril Ramaphosa ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ຟ​ຼິກ​ກາ​ໃຕ້ ຢັ້ງ​ຢືນ​ວ່າ ອາບ​ຟ​ຼິກ​ກາ​ໃຕ້ ຈະ​ຍື່ນ​ສະ​ເໜີ້​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ກ່ຽວ​ກັບ​ຂາດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ​ຊາຍ ເພື່ອ​ໃຫ້ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ຢູ່ກອ​ງ​ປະ​ຊຸມ​ຄັ້ງ​ທີ 80, ຄາດ​ວ່າ​ຈະ​​ດຳ​ເນີນ​ໃນ​ປີ 2026. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Cyril Ramaphosa ໃຫ້​ຮູ້​ວ່າ ຄະ​ນະ​ກຳ​ມະ​ການ​ທີ່ໄດ້​ຮັບ​ການ​ສະ​ເໜີນັ້ນ, ​ອີງ​ໃສ່​ແຮງ​ບັນ​ດານ​ໃຈ​ຈາກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈະ​ມີ​ໜ້າ​ທີ່​ຕິດ​ຕາມ​ທ່າ​ອ່ຽງ​ຂາດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າ​ງ​ຍິ່ງ​ຊາຍ​ໃນ​ທົ່ວ​ໂລກ, ຕີ​ລາ​ຄາ​ສາຍ​ເຫດ,​ຜົນ​ຮ້າຍ​ຢ້ອນຫຼັງ​ ແລະ ສະ​ເໜີບັນ​ດາ​ນະ​ໂຍ​ບາຍ.
TAG
VOV/VOVWORLD/ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ/ອາບ​ຟ​ຼິກ​ກາ​ໃຕ້

More