VOV WorldVOV World
ອີຣານ ຍັງ​ບໍ່​ທັນເຫັນ​ດີ​ດ​ຳ​ເນີນ​ການ​ເຈ​ລະ​ຈາ
20/04/2026 07:14
[VOVWORLD] - ຕອ​ນ​ຄ່ຳ​ວັນ​ທີ 19 ເມ​ສາ, ສື່ມວນ​ຊົນ​ອີ​ຣານ ໄດ້​ຢັ້ງ​ຢືນ​ວ່າ​ປະ​ເທດ​ນີ້ ຍັງ​ບໍ່​ທັນ​ມີ​ແຜນ​ການ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ.
ອີຣານ ຍັງ​ບໍ່​ທັນເຫັນ​ດີ​ດ​ຳ​ເນີນ​ການ​ເຈ​ລະ​ຈາ
ໂດຍ​ບໍ່​ຫົວ​ຊາ​ຕໍ່​ຖະ​ແຫຼງ​ການ​ຂອງ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຮອບ​ໃໝ່ ລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ ທີ່​​ດຳ​ເນີນ​ໃນ​ວັນ​ທີ 20 ເມ​ສາ ຢູ່​ນະ​ຄອນຫຼວງ Islamabad, ປາ​ກິດ​ສະ​ຖານ, ຕອ​ນ​ຄ່ຳ​ວັນ​ທີ 19 ເມ​ສາ, ສື່ມວນ​ຊົນ​ອີ​ຣານ ໄດ້​ຢັ້ງ​ຢືນ​ວ່າ​ປະ​ເທດ​ນີ້ ຍັງ​ບໍ່​ທັນ​ມີ​ແຜນ​ການ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ. ໃນ​ນັ້ນ, ສຳ​ນັກ​ຂ່າວ​ສານ IRNA ຢັ້ງ​ຢືນ​ວ່າ ອີ​ຣານ ປະ​ຕິ​ເສດ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ, ຍ້ອນ​ວ່າ​ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ອອກ​ຄວາມ​ຮຽກ​ທວງ​ເກີນ​ຄວນ ແລະ ປາ​ສະ​ຈາກ​​ຕົວຈິງ, ປ່ຽນ​ແປງຫຼັກ​ໝັ້ນ​ຢ່າງ​ຕໍ່​ເນື່ອງ ແລະ ປະ​ກາດຖະ​ແຫຼງ​ການ​ທີ່​ຂັດ​ແຍ້ງ​ກັນ. ເຕ​ເຮ​ຣານ ບໍ່​ກ່າວ​ເຕືອນ​ວ່າ ວໍ​ຊິງ​ຕັນ​ບໍ່​ຍອມ​ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ້ອມ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ ອີີຣານ, ຖື​ນີ້​ແມ່ນ​ການ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ. ບໍ່​ພຽງ​ແຕ່​ອີ​ຣານ,ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຮອບ​ໃໝ່ ແມ່ນ​ປາ​ກິດ​ສະ​ຖານ ກໍ່​ຍັງ​ບໍ່​ທັນ​ອອກ​ສຽງ​ຢັ້ງ​ຢືນ​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ Islamabad ຕ​າມ​ການ​ປະ​ກາດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump. ທ່ານ​ Shehbaz Sharif  ປະ​ທາ​ນາ​ທິ​ບໍ​ດີ ປາ​ກິດ​ສະ​ຖານ ປະ​ກາດ​ຫາ​ກໍ່​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Masoud Pezeshkian ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຢັ້ງ​ຢືນ​ວ່າ Islamabad ພວມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ທີ​ການ​ທາງ​ການ​ທູດ, ແຕ່​ບໍ່​ເຕື້ອງ​ເຖິງຈຸດ​ເວ​ລາ​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ຮອບ​ໃໝ່.
TAG
VOV/VOVWORLD/ອີີ​ຣານ/ພາກ​ພື້ນ​ຕາ​ເວັນ​ອອກ​ກາງ/ອິດ​ສະ​ລາ​ແອັນ/ອາ​ເມ​ລິ​ກາ

More