VOV WorldVOV World
ໄຂກອງປະຊຸມສະພາລັດຖະມົນຕີສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 47
20/03/2013 08:37
ຕອນ​ເຊົ້າ​ວັນ​ທີ 20/3, ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ ສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 47(SEAMEC) ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ​ທີ່ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​ສາກົນ
ໄຂກອງປະຊຸມສະພາລັດຖະມົນຕີສຶກສາບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 47
(vovworld) -  ຕອນ​ເຊົ້າ​ວັນ​ທີ 20/3, ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ ສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 47(SEAMEC) ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ​ທີ່ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​ສາກົນ. ກອງ​ປະຊຸມ​ຄັ້ງ​ນີ້ ​ສຸມໃສ່ກວດຄືນ​ການ​ເຄື່ອນ​ໄຫວ, ​ໂຄງການ​ຂອງ SEAMEC ຄັ້ງ​ທີ 46 ​ໃນ 2 ປີຜ່ານມາ ​ແລະ ສະ​ເຫ​ນີບັນດາ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະມາ​ເຖິງ. ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ ສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 47(SEAMEC) ພາບ:internet ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າ: ດ້ວຍ​ບັນດາ​ຂໍ້​ລິ​ເລິ່ມ ​ແລະ ມາດ​ຕະການ​ປະສານ​ສົມທົບ​ກັນເຄ່ືອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ອົງການລັດຖະມົນຕີສຶກສາ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEAMEO) ພວມ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​ສຳລັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ປະກອບສ່ວນ​ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການຮ່ວມ​ມືຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​​ບັນດາ​ປະ​ເທດ​ສະມາຊິກ SEAMEO  ກັບ​ບັນດາ​ອົງການ ຈັດ​ຕັ້ງ ແລະ ປະ​ເທດ​ຕ່າງໆ​ໃນ​ໂລກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:        
TAG
ສຶກສາ

More