ໄຂກອງປະຊຸມສຸດຍອດ G 20 ຢູ່ລັດເຊຍ
06/09/2013 11:04
(vovworld-) ກອງປະຊຸມ G 20ຖືກໄຂຂຶ້ນໃນສະພາວະທີ່ອາເມລິກາ ແລະ ບາງປະເທດຝ່າຍຕາເວັນຕົກພວມຂຸ້ນຂ້ຽວປຸກລະດົມການບຸກໂຈມຕີຕ້ານຊີຣີ ...
(vovworld-) ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນ (G 20) ໄດ້ຖືກໄຂຂຶ້ນໃນສະພາວະທີ່ອາເມລິກາ ແລະ ບາງປະເທດຝ່າຍຕາເວັນຕົກພວມຂຸ້ນຂ້ຽວກະກຽມປຸກລະດົມການບຸກໂຈມຕີທາງທະຫານຕ້ານຊີຣີ ແລະ ຕະຫຼາດການເງິນໂລກສືບຕໍ່ຂາດສະຖຽນລະພາບ, ບັນຫາໄພວ່າງງານນັບມື້ນັບຮ້າຍແຮງຢູ່ຫຼາຍປະເທດໃນໂລກ, ພື້ນຖານເສດຖະກິດໂລກພວມຂະຫຍາຍຕົວແບບຂາດຄວາມດຸນດຽງ. ກ່ອນພິທີໄຂ, ກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຂຶ້ນອັນດັບໜຶ່ງໃນໂລກ (BRICS - ຊຶ່ງລວມມີ ບຣາຊິນ, ລັດເຊຍ, ອີນເດຍ, ຈີນ ແລະ ອາຟະລິກາໃຕ້) ກໍໄດ້ໂຮມປະຊຸມເພື່ອເປັນເອກະພາບກັນກ່ຽວກັບວິທີສຳຜັດກັບບັນດາບັນຫາທີ່ສັບສົນທີ່ສຸດທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນ (G 20). ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ BRICS ໃຫ້ຄຳໝັ້ນສັນຍາປະກອບສ່ວນເງິນ 100 ຕື້ USD ເຂົ້າໃນກອງທຶນສະສົມເງິນຕາຕ່າງປະເທດຮ່ວມ ແນໃສ່ເຮັດໃຫ້ບັນດາຕະຫຼາດເງິນຕາເປັນປົກກະຕິ. ໃນມື້ປະຊຸມທຳອິດ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນ (G 20) ໄດ້ເລັ່ງໃສ່ແລກປ່ຽນກ່ຽວກັບການເຕີບໂຕ ແລະ ສະພາບເສດຖະກິດທົ່ວໂລກ. ຄາດວ່າ ໃນການປະຊຸມເປັນເວລາ 2 ວັນ, ກອງປະຊຸມຈະອອກຖະແຫຼງການຮ່ວມຂອງບັນດາການນຳ G 20, ສ່ອງແສງເຖິງຄວາມສົນໃຈຂອງກຸ່ມນີ້ ກໍຄືບັນດາກົນໄກລະອຽດເພື່ອສືບຕໍ່ຮ່ວມມື ແນໃສ່ກະຕຸ້ນການເຕີບໂຕເສດຖະກິດຢ່າງແຂງແຮງ, ເປັນປົກກະຕິ ແລະ ມີຄວາມດຸນດຽງ.
Related
More






