ໄຂງານວາງສະແດງການທ່ອງທ່ຽວສາກົນ“3ປະເທດ,ຈຸດມັດພົບດຽວ”
12/09/2015 08:57
(vovworld) – ຕອນບ່າຍວັນທີ 11/9, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະປະສານງານເຂດແຄມທະເລພາກກາງ ແລະ ຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ

ໄຂງານວາງສະແດງການທ່ອງທ່ຽວສາກົນເຂດສາມ ຫຼ່ຽມພັດທະນາ ຫວຽດນາມ, ລາວ, ກຳປູເຈຍ (ພາບ:baogiaothong.vn) (vovworld) – ຕອນບ່າຍວັນທີ 11/9, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະປະສານງານເຂດແຄມທະເລພາກກາງ ແລະ ຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ໄຂງານວາງສະແດງການທ່ອງທ່ຽວສາກົນເຂດສາມຫຼ່ຽມພັດທະນາ ຫວຽດນາມ, ລາວ, ກຳປູເຈຍ. ດ້ວຍຫົວຂໍ້ “3 ປະເທດ, ຈຸດມັດພົບດຽວ”, ງານວາງສະແດງແນະນຳຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ, ຜົນງານທີ່ດີເດັ່ນຂອງ 16 ແຂວງ, ນະຄອນ ຢູ່ ຫວຽດນາມ ແລະ 2 ແຂວງຂອງພາກໃຕ້ ລາວ ແລະ ຕາເວັນອອກສຽງເໜືອ ກຳປູເຈຍ ຜ່ານບັນດາຮູບພາບ, ຮູບເງົາເອກະສານ, ຜະລິດຕະພັນ ແລະ ສິ່ງພິມຕ່າງໆ. ຜ່ານນັ້ນ, ບັນດາທ້ອງຖິ່ນ, ວິສາຫະກິດ ໄດ້ພົບປະ, ແບ່ງປັນຂໍ້ມູນຂ່າວ, ຮຽກຮ້ອງການຮ່ວມມືລົງທຶນ ແລະ ພັດທະນາໃນຂົງເຂດ ການບໍລິການ, ການທ່ອງທ່ຽວ, ກໍຄືການແລກປ່ຽນ, ລົງນາມສັນຍາຊື້ຂາຍຜະລິດຕະພັນ, ຮ່ວມສຳພັນພັດທະນາການທ່ອງທ່ຽວລະຫວ່າງເຂດ. ທ່ານ ຫງວຽນແທງເຕີມ ຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ: “ໃນຄັ້ງນີ້ບັນດາເພື່ອນ ລາວ ແລະ ກຳປູເຈຍ ໄດ້ມາເປັນຈຳນວນຫລາຍບັນດາຜະລິດຕະພັນທ່ອງທ່ຽວແນະນຳ, ໂຄສະນາຢູ່ງານວາງສະແດງຄັ້ງນີ້ ແມ່ນດູດດຶມທີ່ສຸດ. ພວກເຮົາຕ້ອງຈັດຕັ້ງຮ່ວມສຳພັນເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນຄ່າສູງຂອງ ຫວຽດນາມ ເວົ້າລວມ ແລະ ບັນດາແຂວງພາກກາງ, ໄຕງວນ, ເຂດຕາເວັນອອກສຽງໃຕ້, ໃນນັ້ນມີແຂວງ ບິ່ງທ້ວນ”.
TAG
vov/vovworld/ທ່ອງທ່ຽວ
Related
More






