ໄທຮັບຮອງເອົາບ້ວງເງິນ ຊຸກຍູ້ເສດຖະກິດກ່ວາ 9,8 ຕື້ USD
04/10/2014 10:20
(vovworld)- ລັດຖະບານໄທໄດ້ເຫັນດີເປັນເອກະສັນບ້ວງສະໜອງເງິນງົບປະມານທີ່ມີມູນຄ່າເກືອບ 9,8 ຕື້ USD ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດໃນຊຸມເດືອນທ້າຍປີຜ່ານ 2 ມາດຕະການຮີບດ່ວນ...

(ພາບ: mofahcm.gov.vn)
(vovworld)- ລັດຖະບານໄທໄດ້ເຫັນດີເປັນເອກະສັນບ້ວງສະໜອງເງິນງົບປະມານທີ່ມີມູນຄ່າເກືອບ 9,8 ຕື້ USD ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດໃນຊຸມເດືອນທ້າຍປີຜ່ານ 2 ມາດຕະການຮີບດ່ວນແມ່ນສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ ປຊຊ. ລັດຖະບານກໍພິຈາລະນາການຍູ້ໄວເລື່ອງຮັບຮອງເອົາ 380 ໂຄງການ ແລະ ເພີ່ມທະວີການໃຊ້ຈາຍລົງທຶນໃນປີການເງິນ 2014-2015. ລັດຖະບານໄທຄາດວ່າຈະສ້າງຕັ້ງຄະນະກຳມະການຕິດຕາມກວດກາບັນດາໂຄງການລົງທຶນ ແລະ ການໃຊ້ຈ່າຍບັນດາບ້ວງເງິນງົບປະມານການເງິນຢູ່ບັນດາແຂວງ. ທະນາຄານສູນກາງໄທຄາດວ່າບ້ວງເງິນກະຕຸກຊຸກຍູ້ນີ້ຂອງລັດຖະບານຈະປະກອບສ່ວນຊ່ວຍເສດຖະກິດເພີ່ມ 4,8% ໃນປີ 2015./.
TAG
Vovworld/vov/ໄທ/ຮັບຮອງເອົາ/ບ້ວງເງິນຊຸກຍູ້ເສດຖະກິດ
Related
More






