VOV WorldVOV World
ບາດກ້າວທຳອິດ ຜັນຂະຫຍາຍ ແຜນການ “ປີແຫ່ງຄວາມ ປອດໄພຄົມມະ ນາຄົມ 2012”
20/02/2012 11:41
ທ່ານ ຫງວຽນ​ຊວນ​ຟຸກ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ຄະນະ​ກຳມະການ​ປະຊາຊົນ​ ນະຄອນ ຮ່າ​ໂນ້ຍ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ “ປີ​ແ​ຫ່ງຄວາມ​ປອດ​ໄພ​ຄົມມະນາຄົມ 2012”
ບາດກ້າວທຳອິດ ຜັນຂະຫຍາຍ ແຜນການ “ປີແຫ່ງຄວາມ ປອດໄພຄົມມະ ນາຄົມ 2012”
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳນະຄອນ ຮ່າໂນ້ຍ ພາບ:baodientu.chinhphu.vn (vovworld) - ຕອນ​ເຊົ້າ​ວັນ​ທີ 20/2, ທ່ານ ຫງວຽນ​ຊວນ​ຟຸກ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ຄະນະ​ກຳມະການ​ປະຊາຊົນ​ ນະຄອນ ຮ່າ​ໂນ້ຍ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ “ປີ​ແ​ຫ່ງຄວາມ​ປອດ​ໄພ​ຄົມມະນາຄົມ 2012”, ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຄວາ​ມປອດ​ໄພ​ຄົມມະນາຄົມ ​ແລະ ຕ້ານ​ສະພາບ​ລົດ​ຕິດ​ຢູ່​ໃນ​ບໍລິ​ເວນ​ນະຄອນ. ທີ່​ການ​ເຮັດ​ວຽກ, ການ​ນຳ​ຄະນະ​ກຳມະການ​ປະຊາຊົນ ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:  ປີ ​ແຫ່ງ​ຄວາມ​ປອດ​ໄພ​ຄົມມະນາຄົມ 2012, ນະຄອນ ຮ່າ​ໂນ້ຍ ຈະ​ວາງ​ອອກ​ບັນດາ​ຄາດໝາຍ​ອັນ​ເປັນ​ພື້ນຖານຄື: ຫລຸ​ດຜ່ອນ​ຢ່າງ​ຫນ້ອຍ​ສຸດ 10% ກໍລະນີ​ອຸປະ​ຕິ​ເຫດທາງຄົມມະນາຄົມ, ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ ​ແລະ ບາດ​ເຈັບ​ຍ້ອນ​ອຸປະຕິ​ເຫດ​ຄົມມະນາຄົມ, ຫລຸດຜ່ອນ​ຢ່າງ​ຫນ້ອຍ​ສຸດ 20% ກໍລະນີ​ລົດ​ຕິດ​ຄົມມະນາຄົມ, ລົບ​ລ້າງ 50% ບ່ອນ​ທີ່​ເຄີຍ​ເກີດ​ອຸປະຕິ​ເຫດ. ພ້ອມ​ກັນ​ນັ້ນ  ​ເລື່ອງ​ປ່ຽນ​ເວລາ​ເຂົ້າ​ ​ແລະ​ ​ເລີກຮຽນ, ​​ເວລາ​ເຮັດ​ວຽກ​ໃຫມ່ ​ຊຶ່ງ​ນະຄອນ ຮ່າ​ໂນ​້ຍ​ໄດ້​ຜັນຂະຫຍາຍ​ປະຕິບັດ​ໃນ​ເດືອນ 2/2012 ມີ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ ​ເປັນ​ຕົ້ນ​ແມ່ນ​ໃນ​ຍາມ​ຕອນ​ເຊົ້າ. ກ່າວ​ຄຳ​ເຫັນ​ນະ​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ ຄວາມ​ປອດ​ໄພ​ຄົມມະນາຄົມ​ແຫ່ງ​ຊາດ​ໄດ້​ເນັ້ນ​ຫນັກ​ວ່າ:        

More