ບັນດາລັດຖະມົນຕີ ຈະຕອບຄຳຖາມ ຂອງປະຊາຊົນ ທາງໂທລະພາບ ປະຈຳອາທິດ
10/03/2012 13:57
ທ່ານນາຍົກລັດຖະມົນຕີຊີ້ນຳໃຫ້ລັດຖະມົນຕີບັນດາກະຊວງສົມທົບກັນຢ່າງແຫນ້ນແຟ້ນກັບປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ ແລະ ໂທລະພາບ ປະຕິບັດລາຍການ“ປະຊາຊົນຖາມ - ລັດຖະມົນຕີຕອບ”

ບັນດາທ່ານລັດຖະມົນຕີ ພາບປະກອບຈາກ internet (vovworld) - ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຫາກໍມອບໃຫ້ປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ ແລະ ໂທລະພາບຫວຽດນາມ ສົມທົບກັນປະຕິບັດລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ”. ທ່ານນາຍົກລັດຖະມົນຕີຊີ້ນຳໃຫ້ລັດຖະມົນຕີບັນດາກະຊວງ, ຫົວຫນ້າບັນດາອົງການທຽບເທົ່າ ສົມທົບກັນຢ່າງແຫນ້ນແຟ້ນກັບປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ ແລະ ໂທລະພາບຫວຽດນາມ ປະຕິບັດລາຍການດັ່ງກ່າວຕ້ອງຮັບປະກັນຄຸນນະພາບ, ແທດຈິງ ແລະ ມີປະສິດທິຜົນ ເພື່ອເປັນເຈົ້າການ, ອອກຂ່າວກ່ຽວກັບຫນ້າທີ່ການຄຸ້ມຄອງ, ບໍລິຫານຂອງບັນດາກະຊວງ, ຂະແຫນງການຊຶ່ງປະຊາຊົນມີຄວາມສົນໃຈຢ່າງທັນການ. ລາຍການຈະຖືກອອກອາກາດດ້ວຍເວລາ 5 -7 ນາທີຜ່ານປະຕູຖານຂໍ້ມູນເອເລັກໂຕນິກຂອງລັດຖະບານ ແລະ ລາຍການຂ່າວຂອງໂທລະພາບຫວຽດນາມໃນຕອນຄຳ່ປະຈຳອາທິດ.
TAG
ຕອບຄຳຖາມຂອງປະຊາຊົນ
Related






