ບັນດານັກບິນ Artemis II ກັບມາໜ່ວຍໂລກຢ່າງປອດໄພ
11/04/2026 07:45
[VOVWORLD] - ຍານອາວະກາດ Orion ໂດຍສານນັກບິນ 4 ຄົນໄດ້ລົງຈອດຢູ່ ມະຫາສະໝຸດປາຊີຟິກ ດ້ວຍຈ້ອງ ໃນເວລາ 17 ໂມງ 07 ນາທີຂອງວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ).

Tàu vũ trụ Artemis II Orion hạ cánh xuống Thái Bình Dương vào ngày 10/4/2026. Ảnh: NASA/AP The Artemis II Orion capsule splashes down in the Pacific Ocean, on Friday, April 10, 2026. Photo: NASA/AP ຍານອາວະກາດ Orion ໂດຍສານນັກບິນ 4 ຄົນໄດ້ລົງຈອດຢູ່ ມະຫາສະໝຸດປາຊີຟິກ. (ພາບ: NASA/AP) ຕອນຄ່ຳວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ), ອົງການການບິນອາວະກາດ ອາເມລິກາ (NASA) ຢັ້ງຢືນວ່າ ບັນດານັກບິນທີ່ເຂົ້າຮ່ວມພາລະກິດ Artemis II ໄດ້ລົງຈອດຢູ່ໜ່ວຍໂລກຢ່າງປອດໄພ, ເປັນການສິ້ນສຸດການບິນຄັ້ງປະຫວັດສາດທີ່ນຳມະນຸດໄປອ້ອມດວງຈັນຄັ້ງທຳອິດພາຍຫຼັງກວ່າເຄິ່ງສັດສະວັດ. ຕາມແຈ້ງການຂອງ NASA, ຍານອາວະກາດ Orion ໂດຍສານນັກບິນ 4 ຄົນໄດ້ລົງຈອດຢູ່ ມະຫາສະໝຸດປາຊີຟິກ ດ້ວຍຈ້ອງ ໃນເວລາ 17 ໂມງ 07 ນາທີຂອງວັນທີ 10 ເມສາ (ຕາມເວລາທ້ອງຖິ່ນ). ພາລະກິດແກ່ຍາວເປັນ 10 ວັນ, ໂດຍໄດ້ຍິງຈາກສູນອາວະກາດ Kennedy, ລັດ Florida, ສ້າງຂີດໝາຍບາດກ້າວສຳຄັນໃນໂຄງການ Artemis. ນີ້ແມ່ນຖ້ຽວບິນມີຄົນຂັບທຳອິດໄປຍັງດວງຈັນ ນັບແຕ່ເມື່ອພາລະກິດຂອງ Apollo 17 ໃນປີ 1972. ບັນດາຂໍ້ມູນທີ່ເກັບກຳມາໄດ້, ພິເສດແມ່ນກ່ຽວຂ້ອງເຖິງແຜ່ນກັນອຸນຫະພູມຂອງຍານອາວະກາດ Orion, ເຕັກໂນໂລຊີໜູນຊ່ວຍຊີວິດ… ຈະສວມບົດບາດຫຼັກແຫຼ່ງໃຫ້ແກ່ບັນດາພາລະກິດຄັ້ງຕໍ່ໄປ.
TAG
VOV/VOVWORLD/ຖ້ຽວບິນ/ຄົນຂັບ/ທຳອິດ
Related





