ບັນດາທ້ອງຖິ່ນຈັດຕັ້ງວັນກາບກອນຫວຽດນາມ2016
21/02/2016 08:57
(vovworld)- ວັນທີ 21/2 ຢູ່ ຫໍພິພິດທະພັນວັດທະນະທຳບັນດາເຜົ່າຫວຽດນາມ, ນະຄອນ ທາຍງວຽນ

ວັນກາບກອນຫວຽດນາມ ຈັດຂຶ້ນຢູ່ ວັນມຽວກວກຕືຢາມ ພາບ:congly.com (vovworld)- ວັນທີ 21/2 ຢູ່ ຫໍພິພິດທະພັນວັດທະນະທຳບັນດາເຜົ່າຫວຽດນາມ, ນະຄອນ ທາຍງວຽນ, ສະມາຄົມວັນນະຄະດີສິລະປະ ແຂວງ ທາຍງວຽນ ໄດ້ຈັດຕັ້ງງານບຸນກາບກອນ ທາຍງວຽນ 2016 ດ້ວຍຫົວຂໍ້ “ຄວາມມຸ່ງຫວັງລະດູບານໃຫມ່”, ໄດ້ດຶງດູດນັກສິລະປີນ ແລະ ຜູ້ນິຍົມກາບກອນຢູ່ ທາຍງວຽນເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ທີ່ງານບຸນ ກໍໄດ້ດຳເນີນການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຫລາຍຢ່າງ. ແລະກໍໃນຕອນເຊົ້າວັນດຽວກັນ, ຢູ່ ຫໍພິພິດທະພັນສັງລວມ ແຂວງ ກວ໋າງ ຫງາຍ, ສະມາຄົມວັນນະຄະດີສິລະປະ ແຂວງ ກໍໄດ້ຈັດຕັ້ງວັນກາບກອນຫວຽດນາມ ປີ 2016 ດ້ວຍຫົວຂໍ້ “ພັກນຳເອົາລະດູບານໃຫມ່ມາໃຫ້ພວກເຮົາ”. ສະມາຄົມວັນນະຄະດີສິລະປະແຂວງ ບັກຢາງ ກໍໄດ້ຈັດຕັ້ງວັນກາບກອນຫວຽດນາມ ຄັ້ງທີ XIV -ລະດູບານໃຫມ່ປີວອກ 2016 ແລະ ມອບລາງວັນວັນນະຄະດີສິລະປະ ຊົງເທືອງ ຄັ້ງທີ III, ໄລຍະ 2008-2014.
TAG
vovworld/ຫໍພິພິດທະພັນ
Related
More






