VOV WorldVOV World
ບັນດາທ້ອງຖິ່ນ,ວິສາຫະກິດກະກຽມຈຳນວນເງິນປະມານ200.000ຕື້ດົ່ງເພື່ອສະຫນອງສິນຄ້າໃນໂອກາດບຸນເຕັດ
05/02/2015 11:09
(vovworld)- ​ທ່ານ ໂດ​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ຈຳ​ນວນ​ເງິນ 200.000 ຕື້​ດົ່ງ
ບັນດາທ້ອງຖິ່ນ,ວິສາຫະກິດກະກຽມຈຳນວນເງິນປະມານ200.000ຕື້ດົ່ງເພື່ອສະຫນອງສິນຄ້າໃນໂອກາດບຸນເຕັດ
ພາບ​ປະ​ກອບ:ffa.com.vn  (vovworld)- ​ທ່ານ ໂດ​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ຈຳ​ນວນ​ເງິນ 200.000 ຕື້​ດົ່ງ ແມ່ນ​ເພີ່ມ​ຂຶ້ນ 10% ເມື່ອ​ທຽບ​ໃສ່​ບຸນ​ເຕັດ​ຂອງ​ປີ​ກາຍ. ປະ​ຈຸ​ບັນ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ​ຊີ້​ນຳ​ກຳ​ລັງ​ຄຸ້ມ​ຄອງ​ຕະ​ຫລາດ​ເອົາ​ໃຈ​ໃສ່​ວຽກ​ງານຕິດ​ຕ​າມກວດ​ກາ ຫລັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອ​າ​ຫານ, ການ​ນຳ​ໃຊ້​ສິນ​ຄ້າ​ມີ​ຕົ້ນ​ກຳ​ເນີດ​ເພື່ອ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ປ​ະ​ຊາ​ຊົນ. ນອກ​ຈາກ ການ​ຮັບ​ປະ​ກັນ​ແຫລ່ງ​ສະ​ຫນອງ, ຄຸນ​ນະ​ພາບ​ສິນ​ຄ​້າແລ້ວ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ຍັງຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອກວດ​ກາ​ລາ​ຄາ, ຫລີກ​ລ້ຽງ​​ສະ​ພາບ​ລາ​ຄາສິນ​ຄ້າ​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນໃນ​ໂອ​ກາດ​ບຸນ​ເຕັດ. ທ່ານ ໂດ​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ເວົ້າ​ວ່າ:        
TAG
vovworld/​ຄຸ້ມ​ຄອງ​ຕະ​ຫລາດ​

More