ໂດຍສືບຕໍ່ກອງປະຊຸມສະໄໝສາມັນເມື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ຕອນຊົ້າວັນທີ 26 ຕຸລາ, ສສຊ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ, ກົດໝາຍວ່າດ້ວຍການດັບເພິງ ແລະ ກູ້ໄພກູ້ຊີບ ແລະ ກົດໝາຍວ່າດ້ວຍການຮັກສາກິດຈະກຳສຳຄັນກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບແຫ່ງຊາດ.
ກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາກິດຈະກຳສຳຄັນກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບແຫ່ງຊາດ, ທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
ສຳລັບບັນດາກິດຈະກຳ, ຕ້ອງກຳນົດຂົວຕໍ່ປະສານງານ, ຄວາມຮັບພິດຊອບຂອງແຕ່ລະບໍລີເວນ ແລະ ມີກົນໄກບັນຊາ . ຕຳຫຼວດແມ່ນປັດໄຈຫຼັກແຫຼ່ງ, ຫົວໜ່ວຍຄຸ້ມຄອງ, ເຄື່ອນໄຫວ, ຮັບຜິດຊອບກ່ຽວກັບຄວາມປອດໄພຂອງກິດຈະກຳ. ການປະສານສົມທົບກັນຕ້ອງຊ່ວຍແກ້ໄຂຢ່າງວ່ອງໄວ, ບໍ່ເຮັດໃຫ້ຄວາມຮັບຜິດຊອບຊ້ອນກັນ. ບັນດາເນື້ອໃນນີ້ຕ້ອງຈະແຈ້ງທີ່ສຸດ ເພື່ອກຳນົດຄວາມຮັບຜິດຊອບ ກໍ່ຄືຂໍ້ມູນຂ່າວສານຢ່າງຄົບຖ້ວນໃຫ້ແກ່ ປຊຊ ໄດ້ຮູ້ ແລະ ປະຕິບັດ.





