ຈີນສົ່ງເຮືອບິນໄປຍັງດອນຫີນຈື໋ເທີບຂຶ້ນກັບໝູ່ເກາະເຈື່ອງຊາ
18/04/2016 09:00
(vovworld)- ວັນທີ 18/4, ອົງການສື່ມວນຊົນແຫ່ງລັດ ຈີນ ໄດ້ໃຫ້ຂ່າວວ່າ: ປະເທດນີ້ ໄດ້ສົ່ງເຮືອບິນການທະຫານລຳຫນຶ່ງທຳອິດລົງຈອດຢູ່ດອນຫີນ

ເຮືອບິນຂອງຈີນຢູ່ ດອນຫີນ ຈືເທີບ ຂຶ້ນກັບເກາະເຈື່ອງຊາ ພາບ:internet (vovworld)- ວັນທີ 18/4, ອົງການສື່ມວນຊົນແຫ່ງລັດ ຈີນ ໄດ້ໃຫ້ຂ່າວວ່າ: ປະເທດນີ້ ໄດ້ສົ່ງເຮືອບິນການທະຫານລຳຫນຶ່ງທຳອິດລົງຈອດຢູ່ດອນຫີນ ຈື໋ເທີບ ຂຶ້ນກັບໝູ່ເກາະເຈື່ອງຊາ. ການກະທຳນີ້ສະແດງໃຫ້ເຫັນວ່າ ຈີນ ອາດຈະສົ່ງເຮືອບິນຂັບໄລ່ມານີ້. ໃນຫນ້າທຳອິດຂອງ ຫນັງສືພິມລາຍວັນ “ທະຫານປົດປ່ອຍປະຊາຊົນ” ຂອງຈີນ ໃຫ້ຮູ້ວ່າ ມີເຮືອບິນການທະຫານລຳຫນຶ່ງພວມກະກຽມການລາດຕະເວັນຢູ່ທະເລຕາເວັນອອກໄດ້ຮັບໂທລະສັບດ່ວນຮຽກຮ້ອງຈອດລົງດອນຫີນ ຈື໋ເທີບ ເພື່ອຮັບກຳມະກອນ 3 ຄົນຖືກເຈັບເປັນ. ແລະ ພາຍຫລັງນັ້ນ ບັນດາຄົນເຈັບເຫລົ່ານີ້ ຖືກເຮືອບິນລຳດັ່ງກ່າວສົ່ງເຖິງ ເກາະ ໄຮ່ຫນານ ເພື່ອປິ່ນປົວພະຍາດ.
TAG
vovworld/ການທະຫານ
Related
More





