ອັງກິດ ເສຍເງິນເກືອບ 900 ລ້ານ USD ເພື່ອຮັດແໜ້ນການສຳຫຼວດຊາວອົບພະຍົບຜ່ານຊ່ອງແຄບທະເລ Manche
24/04/2026 09:44
[VOVWORLD] - ລາຊະອານາຈັກອັງກິດ ປະກາດວ່າ ຈະອອກເງິນດ້ວຍຈຳນວນເງິນ 660 ລ້ານປອນ (ເກືອບ 900 ລ້ານ USD) ໃຫ້ແກ່ ຝະລັ່ງ ໃນຂໍ້ຕົກລົງຄວາມໝັ້ນຄົງເຂດຊາຍແດນສະບັບໃໝ່ ທີ່ແກ່ຍາວໃນເວລາ 3 ປີ ເພື່ອແນໃສ່ສະກັດກັ້ນສະພາບຄົນອົບພະຍົບຂ້າມຊາຍແດນຢ່າງຜິດກົດໝານຜ່ານຊ່ອງແຄບທະເລ Manche.

ຕາມຂໍ້ຕົກລົງ, ຈຳນວນເງິນປະມານ 500 ລ້ານປອນ ໄດ້ໃຊ້ເພື່ອເພີ່ມທະວີການປະຕິບັດກົດໝາຍ ຢູ່ບັນດາຫາດຊາຍທະເລຢູ່ທາງພາກເໜືອ ຝະລັ່ງ. ແຜນການລວມທັງການຜັນຂະຫຍາຍພະລາກອນເກືອບ 1100 ຄົນຂຶ້ນກັບກຳລັງຕຳຫຼວດ, ນັກສືບ ແລະ ທະຫານ ເພື່ອແນໃສ່ສະກັດກັນບັນດາການເຄື່ອນໄຫວຈັດຕັ້ງການຂ້າມຊາຍແດນນັບແຕ່ຈຸດເລີ່ມຕົ້ນ. ໄປຄຽງຄູ່ກັນນັ້ນ, ຈຳນວນເງິນປະມານ 160 ລ້ານປອນທີ່ຍັງເຫຼືອ ຈະໄດ້ຮັບການປ່ອຍເງິນ ຖ້າຫາກວ່າບັນດາມາດຕະການໃຫ່ມພິສູດໄດ້ປະສິດທິຜົນ, ກົງກັນຂ້າມ, ແຫຼ່ງເງິນອຸປະຖຳອາດຈະຖືກຫລຸດລົງພາຍຫຼັງເວລາ 1 ປີ. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ, ຂໍ້ຕົກລົງສະບັບໃໝ່ ໄດ້ສ່ອງແສງຄວາມມານະພະຍາຍາມໄດ້ເພີ່ມຂຶ້ນຂອງ ລອນດອນ ໃນການກວດກາເຂດຊາຍແດນ, ພ້ອມທັງສະແດງໃຫ້ເຫັນລະດັບເອື້ອຍອີງທີ່ນັບມື້ນັບຫຼາຍເຂົ້າໃນການຮ່ວມມືກັບ ປາຣີ.
TAG
VOV/VOVWORLD/ອັງກິດ ເສຍເງິນເກືອບ 900 ລ້ານ USD ເພື່ອຮັດແໜ້ນການສຳຫຼວດຊາວອົບພະຍົບຜ່ານຊ່ອງແຄບທະເລ Manche
Related
More






