VOV WorldVOV World
ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່​ງຢຸດ​ຍິງ​ລະ​ຫວ່າງ ​ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ຕື່ມ​ອີກ​ເວ​ລາ 3 ອາ​ທິດ
24/04/2026 09:47
[VOVWORLD] - ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຍັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ແລະ ທ່ານ Joseph Aoun, ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ ...
ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່​ງຢຸດ​ຍິງ​ລະ​ຫວ່າງ ​ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ຕື່ມ​ອີກ​ເວ​ລາ 3 ອາ​ທິດ
A man inspects his car damaged in a previous Israeli airstrike during a ceasefire between Hezbollah and Israel in the Hosh neighborhood of Tyre, southern Lebanon, on Sunday, April 19, 2026. Photo: AP/Bilal Hussein A man inspects his car damaged in a previous Israeli airstrike during a ceasefire between Hezbollah and Israel in the Hosh neighborhood of Tyre, southern Lebanon, on Sunday, April 19, 2026. Photo: AP/Bilal Hussein    ວັນ​ທີ 23 ເມ​ສາ, ໃນ​ສື່​ສັງ​ຄົມ Truth Social, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ​ຄຳ​ສັ່​ງຢຸດ​ຍິງ​ລະ​ຫວ່າງ ​ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ຈະ​ຖືກ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 3 ອາ​ທິດ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ ​ພາຍຫຼັງ​ການ​ປະ​ຊຸມ​ທີີ່​ມີການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ JD Vance, ຮອງປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ລີ​ບັງ ແລະ ອິດ​ສະ​ຣາ​ແອັນ ປະ​ຈຳ ອາ​ເມ​ລິ​ກາ. ຕາມ​ການ​ນຳ​ ອາ​ເມ​ລິ​ກາ ແລ້ວ, ການ​ພົບ​ປະ​ໄດ້​ດຳ​ເນີນ​ໄປ “ເປັນ​ຢ່າງ​ດີ​ທີ່​ສຸດ” ແລະ ອາ​ເມ​ລິ​ກາ ຈະ​ສົມ​ທົບ​ກັບ ລີ​ບັງ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປະ​ເທດນີ້ ປົກ​ປ້ອງ​ເອງ​ຕໍ່​ກຳ​ລັງ ເຮັກ​ໂບ​ລາ.   ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຍັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ທ່ານ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ແລະ ທ່ານ Joseph Aoun, ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ ພ້ອມ​ທັງ​ພັນ​ລະ​ນາ​ວ່າ ນີ້​ຈະ​ແມ່ນ​ການ​ພົບ​ປະ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ. ທ່ານ Donald Trump ຢືນ​ຢັນ​ວ່າ ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ສັນ​ຕິພາບ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ສູງ​ທີ່​ສຸດ ແລະ ນັ້ນ​ກໍ່​ບໍ່​ແມ່ນ​ສິ່ງ​ທີ່​ຍາກ​ປານ​ໃດ.  
TAG
VOV/VOVWORLD/ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່​ງຢຸດ​ຍິງ​ລະ​ຫວ່າງ ​ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ຕື່ມ​ອີກ​ເວ​ລາ 3 ອາ​ທິດ

More