ວັນທີ 11 ພະຈິກ, ທີ່ກອງປະຊຸມຄັ້ງທີ 31 ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອບຂອງ​ສະ​ຫະປະຊາຊາດ​ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່​ໄດ້ຈັດຂຶ້ນ​ຢູ່ Antalya, ​ຕວັກ​ກີ, ​ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຮຽກ​ຮ້ອງ​ໃຫ້ບັນດາປະເທດເພີ​່ມ​ທະ​ວີການຮ່ວມມື, ​ຍູ້​ແຮງ​ການ​ກະ​ທຳ​ເພື່ອ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ແລະ ຊຸກ​ຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານ​ດິນ​ຟ້າອາ​ກາດທົ່ວໂລກ.

ສົນທິສັນຍາຄວາມຍຸຕິທຳດ້ານ​ດິນ​ຟ້າອາກາດ​ຕ້ອງ​ສຸມໃສ່ສີ່ເສົາຄໍ້າຄື: ​ຊຸກ​ຍູ້​ການ​ຫັນ​ໄປ​ສູ່ພະລັງງານສະອາດ; ການປົກປ້ອງປະ​ຊາ​ຄົມທີ່ມີຄວາມສ່ຽງ​ສູງ​ຕໍ່​ຈາກໄພພິບັດ ທຳ​ມະ​ຊາດ; ຮັບປະກັນ​ແຫຼ່ງການເງິນດ້ານ​ດິນ​ຟ້າອາກາດທີ່ສາມາດເຂົ້າເຖິງ​ໄດ້​ງ່າຍ​ໃຫ້​​ແຕ່​ປະ​ເທດ​ພວມ​ພັດ​ທະ​ນາ; ແລະ ເພີ່ມ​ທະ​ວີການຮ່ວມມືສາກົນ, ​ຜ່ານ​ຜ່າ​ຄວາມບໍ່​ລົງ​ລອຍ​ກັນດ້ານການຄ້າ, ພູມສາດການເມືອງ.

COP31 ຈັດຂຶ້ນແຕ່ວັນທີ 09 ພະຈິກ ຫາວັນ​ທີ 20 ພະຈິກ, ໄດ້ສຸມໃສ່ຊຸກ​ຍູ້​ການ​ປະ​ຕິ​ບັດບັນ​ດາຄຳໝັ້ນສັນຍາດ້ານ​ດິນ​ຟ້າອາກາດ, ລະດົມ​ແຫຼ່ງ​ກຳ​ລັງດ້ານການເງິນ ແລະ ຍົກ​ສູງຄວາມສາມາດໃນການ​ຮັບ​ມື​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ.