VOV WorldVOV World
ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ IX
20/09/2019 10:23
(VOVWORLD) - ຕອນບ່າຍວັນທີ 20 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຊຸດທີ IX ໄດ້ອັດລົງຢູ່ ຮ່າໂນ້ຍ ພາຍຫລັງດຳເນີນເປັນເວລາ 2 ວັນ.
ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ IX
ທີ່ວາລະອັດ, ຕາງໜ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ລາຍງານໝາກຜົນການພັດທະນາເສດຖະກິດ - ສັງຄົມຂອງອາຍຸການລັດຖະບານ 2016 – 2019 ແລະ ວຽກງານສົມທົບກັນລະຫວ່າງລັດຖະບານ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ.  ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ IX (ພາບ: TTXVN)         ກ່ຽວກັບວຽກງານສົມທົບກັນລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢືນຢັນວ່າ ກົນໄກສົມທົບກັນນີ້ ໄດ້ປະກອບສ່ວນຊ່ວຍລັດຖະບານປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາຢ່າງມີປະສິດທິຜົນ. ກ່ຽວກັບວຽກງານການພົວພັນຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ປາດຖະໜາວ່າ:         “ ຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດໃຫ້ເປັນຫລາຍຮູບຫລາຍແບບ, ມີໄຫວພິບ, ມີປະສິດທິຜົນ, ປະກອບສ່ວນພ້ອມກັບການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ,  ແລະ ລັດ ໂຄສະນາ, ສະໜອງຂໍ້ມູນຂ່າວສານໃຫ້ເພື່ອນມິດສາກົນ, ຄູ່ຮ່ວມມືກ່ຽວກັບສະພາບການພັດທະນາຂອງ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສິດ ແລະ ອຳນາດອະທິປະໄຕຂອງ ຫວຽດນາມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນສິດທິມະນຸດ, ຄວາມເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ. ”         ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ໄດ້ອອກຄຳຮຽກຮ້ອງປະຊາຊົນ ຫວຽດນາມ ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງສູງ, ຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ.
TAG
VOV/VOVworld/ກອງປະຊຸມໃຫຍ່/ແນວໂຮມປະເທດຊາດ

More