VOV WorldVOV World
ການເລືອກຕັ້ງເລຂາທິການໃຫຍ່ສະຫະປະຊາຊາດ: ບົດທົດສອບໃຫ້ແກ່ລັດທິຫຼາຍຝ່າຍ
21/04/2026 08:42
[VOVWORLD] - ເລື່ອງຄັດເລືອກຜູ້ນຳສະຫະປະຊາຊາດໃນໄລຍະຕໍ່ໄປ ໄດ້ດຳເນີນໄປໃນສະພາບການອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກນີ້ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍຢ່າງໃຫຍ່ຫຼວງ ທີ່ມີລັກສະນະໂຄງປະກອບ ແລະ ຍຸກສະໄໝ
ການເລືອກຕັ້ງເລຂາທິການໃຫຍ່ສະຫະປະຊາຊາດ: ບົດທົດສອບໃຫ້ແກ່ລັດທິຫຼາຍຝ່າຍ
21.4-tsqt_am-anh_2.jpg ທ່ານ Rafael Grossi, ຜູ້​ອຳ​ນວຍ​ການອົງ​ການ​ພະລັງງານປະ​ລະ​ມານູ​ສາກົນ (IAEA) (ພາບ: REUTERS/Kim Hong-Ji/Pool) ໃນ​ລະ​ຫວ່າງວັນ​ທີ 21 – 22 ເມ​ສາ, ສະ​ຫະ​ປະ​ຊາ​ຊາດ​ໄດ້​ດຳ​ເນີນ​ບັນ​ດາ​ວາ​ລະອະ​ພິ​ປາຍ​ໃຫ້​ແກ່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ອາ​ຍຸ​ການ​ໃໝ່ (2027 – 2032). ເລື່ອງ​ຄ​ັດ​ເລືອກ​ຜ​ູ້​ນຳ​ສະ​ຫະ​ປະ​ຊາ​ຊາດ​ໃນ​ໄລ​ຍະ​ຕໍ່​ໄປ ໄດ້​ດຳ​ເນີນ​ໄປ​ໃນ​ສະ​ພາບ​ການ​ອົງ​ການ​ຫຼາຍ​ຝ​່າຍ​ໃຫຍ່​ທີ່​ສຸດ​ໃນໂລກ​ນີ້​ ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ​ ທີ່​ມີ​ລັກ​ສະ​ນະ​ໂຄງ​ປະ​ກອບ ແລະ ຍຸກ​ສະ​ໄໝ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ອາ​ຍຸ​ການ​ໃໝ່​ຈະເລີ່ມ​ຮັບ​ໜ້າ​ທີ່​ແຕ່​ວັນ​ທີ 01 ມັງ​ກອນ 2027, ແທນ​ໃຫ້​ທ່ານ Antonio Guterres, ສັນ​ຊາດ ປ​ອກ​ຕຸຍ​ການ, ຜູ້​ໄດ້​ຮັບ​ດຳ​ລົງ​ຕຳ​ແໜ່ງນີ້​ໃນ​ເວ​ລາ​ເກືອບ 10 ປີ​ຜ່ານ​ມາ (ແຕ່​ປີ 2017).
TAG
VOV/VOVWORLD/​ແຂ່ງ​ຂັນ​/ຕຳ​ລົງ​/ຕຳ​ແໜ່ງ​/ເລ​ຂາ​ທິ​ການ​ໃຫຍ່

More