VOV WorldVOV World
ເຫດຍິງປືນຢູ່ໂຮງຮຽນມັດທະຍົມຢູ່ ການາດາ, ເຮັດໃຫ້ 10 ຄົນເສຍຊີວິດ
11/02/2026 09:01
(VOVWORLD) - ຕຳຫຼວດລາຊະອານາຈັກ ການາດາ ໃຫ້ຮູ້ວ່າ ມີເຫດຍິງປືນໄດ້ເກີດຂຶ້ນຢ່າງຮ້າຍແຮງຢູ່ແຂວງ British Columbia, ການາດາ, ໃນວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ) ເຊິ່ງເຮັດໃຫ້ມີ 10 ຄົນເສຍຊີວິດ, ລວມທັງຜູ້ຖືກສົງໄສ ແລະ ນັບສີບຄົນຮັບບາດເຈັບ.
ເຫດຍິງປືນຢູ່ໂຮງຮຽນມັດທະຍົມຢູ່ ການາດາ, ເຮັດໃຫ້ 10 ຄົນເສຍຊີວິດ
        ຕາມຕຳຫຼວດລາຊະອານາຈັກ ການາດາ ແລ້ວ, ເຫດການເກີດຂຶ້ນໃນເວລາປະມານ 13 ໂມງ 20 ນາທີ ຂອງວັນທີ 10 ກຸມພາ, ມີ 6 ຄົນເສຍຊີວິດໃນໂຮງຮຽນ Tumbler Ridge; ອີກ 2 ຄົນແມ່ນຢູ່ເຮືອນໃກ້ໆນັ້ນ ແລະ 1 ຄົນເສຍຊີວິດໃນເວລານຳສົ່ງໄປໂຮງໝໍ. ຜູ້ຖືກສົງໄສຄົນໜຶ່ງກໍ່ຊອກເຫັນໃນສະພາບເສຍຊີວິດຍ້ອນຖືກບາດເຈັບໂດຍເຮັດເອງ ແລະ ຢືນຢັນວ່າ ບໍ່ມີຜູ້ຖືກສົງໄສໃດຕື່ມອີກ ຫຼື ຄວາມສ່ຽງນາບຂູ່ໃດຕໍ່ມະຫາຊົນ.         ປະຈຸບັນ, ອົງການທີ່ມີໜ້າທີ່ພວມສືບສວນເພື່ອເຮັດແຈ້ງສະພາບການຜັນຜວນ ແລະ ສາຍເຫດຂອງເຫດດັ່ງກ່າວ.
TAG
VOV/VOVworld/​ສົງ​ໄສ/​ຊອກ​ເຫັນ​/​ເສຍ​ຊ​ີ​ວິດ

More