ແບ່ງປັນຜົນປະໂຫຍດ ເພື່ອຮັບມືກັບຝັ່ງທະເລເຊາະເຈື່ອນ ແລະ ນ້ຳທະເລຊຶມເຂົ້າ
27/09/2019 08:00
(VOVWORLD) - ກອງປະຊຸມສຳມະນາສາກົນຄັ້ງທີ 10 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບເຕັກນິກທາງທະເລ (APAC - 2019) ໄດ້ໄຂຂຶ້ນ ແລະ ໄດ້ຈັດກອງປະຊຸມຄົບຄະນະໃນວັນທີ 26 ກັນຍາ ຢູ່ ຮ່າໂນ້ຍ. ເຫດການດັ່ງກ່າວ ໂດຍມະຫາວິທະຍາໄລຊົນລະປະທານເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ຜູ້ແທນຕ່າງປະເທດກ່ວາ 300 ຄົນທີ່ມາຈາກ 18 ປະເທດ ແລະ ເຂດແຄ້ວນ.

ຜ່ານການປຶກສາຫາລື, ຜູ້ແທນຫລາຍທ່ານໄດ້ຖືວ່າ: ຫວຽດນາມ ມີຝັ່ງທະເລຍາວ ແລະ ແມ່ນ້ຳລຳເຊຫລາຍສາຍ ດັ່ງນັ້ນ ຕ້ອງຮັບມືຕໍ່ບັນດາບັນຫາສຳຄັນທີ່ກ່ຽວຂ້ອງເຖິງການຄຸ້ມຄອງແຄມຝັ່ງທະເລ ແລະ ປາກແມ່ນ້ຳຄືຫລາຍປະເທດອື່ນຢູ່ໃນພາກພື້ນ ອາຊີ - ປາຊີຟິກ. ກອງປະຊຸມສຳມະນາສາກົນຄັ້ງທີ 10 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບເຕັກນິກທາງທະເລ (APAC - 2019) ສາດສະດາຈານ ຫງວຽນວັນແທັງເວິນ, ສັງກັດມະຫາວິທະຍາໄລ McGill, ປະເທດ ການາດາ ໃຫ້ຮູ້ວ່າ: ການເຊາະເຈື່ອນຂອງຝັ່ງທະເລ ບໍ່ພຽງແຕ່ແມ່ນບັນຫາທີ່ເກີດຂຶ້ນຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງເກີດຂຶ້ນຢູ່ຫລາຍປະເທດໃນໂລກອີກດ້ວຍ. ນີ້ແມ່ນບັນຫາຮ້າຍແຮງທີ່ສຸດ ແລະ ກໍ່ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. “ ພວກເຮົາຕ້ອງປະເຊີນໜ້າກັບທຳມະຊາດ, ພວກເຮົາຕ້ອງດຳລົງຊີວິດຢູ່ຮ່ວມກັບທຳມະຊາດ ແລະ ພວກເຮົາບໍ່ສາມາດຮູ້ໄດ້ວ່າ ຍາມໃດຈະເກີດການປ່ຽນແປງຂອງດິນຟ້າອາກາດ, ການປ່ຽນແປງຂອງດິນຟ້າອາກາດຈະເກີດຂຶ້ນຄືແນວໃດ ດັ່ງນັ້ນ ພວກເຮົາຕ້ອງມີບັນດາມາດຕະການ. ທີໜຶ່ງແມ່ນມາດຕະການວັດແທກ, ທີສອງແມ່ນມາດຕະການກ່ຽວກັບການຄຳນວນ ເພື່ອຍົກອອກບັນດາຮູບການທີ່ສາມາດຄາດຄະເນໄດ້, ເບິ່ງລະດັບເຊາະເຈື່ອນ ແລະ ລະດັບການປ່ຽນແປງຂອງດິນຟ້າອາກາດຄືແນວໃດ ເພື່ອໃຫ້ພວກເຮົາສາມາດຮັບມືຕໍ່ບັນຫານັ້ນ ແລະ ດຳລົງຊີວິດໃຫ້ແທດເໝາະ. ” ດ້ວຍຫົວຂໍ້ວ່າ “ດຳລົງຊີວິດຮ່ວມກັບທຳມະຊາດ, ຮັບມືກັບບັນດາການປ່ຽນແປງຂອງເຂດຝັ່ງທະເລ”, ກອງປະຊຸມສຳມະນາສາກົນຄັ້ງທີ 10 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບເຕັກນິກທາງທະເລ (APAC 2019) ຈະດຳເນີນຈົນຮອດວັນທີ 28 ກັນຍາ.
TAG
VOV/VOVworld/ກອງປະຊຸມສຳມະນາ/ອາຊີ/ປາຊີຟິກ/ເຕັກນິກທາງທະເລ/APAC
Related
More





