VOV WorldVOV World
ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານໂລກໄຂ້ຫວັດມະນຸດ ແລະ ໂລກ ໝາກແດງ
23/02/2014 11:01
(vovworld)- ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕິ​ເນັດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ມະນຸດ ​ແລະ ​ໂລກ ໝາກແດງ ......
ເພີ່ມທະວີວຽກງານປ້ອງກັນ ແລະ ຕ້ານໂລກໄຂ້ຫວັດມະນຸດ ແລະ ໂລກ ໝາກແດງ
ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕິ​ເນັດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ມະນຸດ ​ແລະ ​ໂລກ ໝາກແດງ , ສະຖານທີຢູ່ ແຂວງກວາງງ້າຍ   (ພາບ : baoquangngai.vn) (vovworld)- ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕິ​ເນັດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ມະນຸດ ​ແລະ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ ໝາກແດງ ໄດ້ຖືກດຳເນີນໃນຕອນເຊົ້າວັນທີ 23/2 ຢູ່ຮ່າໂນ້ຍ. ກອງປະຊຸມ ໂດຍແມ່ນກະຊວງສາທາລະນະສຸກ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມສົມທົບກັນຈັດຂຶ້ນ. ກະຊວງ ສາທາລະນະສຸກໃຫ້ຂໍສັງ​ເກດ​ວ່າ ປະຈຸ​ບັນ​ຍັງ​ບໍ່​ທັນ​​​ມີຄົນ​​ເຈັບຫຼື​ສັດ​ປີກ​ຕິດ​ໂລກ​ໄຂ້ຫວັດ AH 7 N 9 ​ ​ເທື່ອ, ​ແຕ່​ໄພ​ອັນ​ອັນຕະລາຍ​ເກີດ​ມີ​ພະຍາດ​ນີ້​ແມ່ນ​ສູງ​ທີ່​ສຸດ. ກ່ຽວ​ກັບ ໂລກ​ໄຂ້ຫວັດ AH 5 N 1, ນັບ​ແຕ່​ຕົ້ນ​ປີ 2014 ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ 2 ກໍລະນີ​ຕິດ​ໂລກ​ນີ້ ​ແລະ ​ໄດ້​ເສຍ​ຊີ​ວິດ​ແລ້ວ. ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ມະນຸດ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ວູ້ດຶກ​ດາມ ​ໄດ້​ສະ​ເໜີ​ຂະ​ແໜງ​ສາທາລະນະ​ສຸກ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ກໍ​ຄື​ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ຕິດຕາມ​ຢ່າງ​ໃກ້ຊິດ, ກວດ​ພົບ​ຄົນ​ເຈັບ ​ແລະ ​ເຊື້ອ​ໄວຣັດ​ໃໝ່​ໂດຍ​ໄວ.     ກ່ຽວຂ້ອງ​ເຖິງວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໝາກ​ແດງ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ວູ້ດຶກ​ດາມ ​ໄດ້​ສະ​ເໜີ​ ນອກຈາກ​ການ​ສ້າງ​ຕັ້ງ​ທິມງານ​ສັກ​ຢາ​ເຄື່ອນ​ທີ່​ຄືນ​ໃໝ່​ນັ້ນ, ຂະ​ແໜງສາທາລະນະສຸກຄວນ​ສ້າງ​ຕັ້ງ​ກອງ​ສຸກ​ເສີນ​ເຄື່ອນ​ທີ່​, ແກ້​ໄຂບັນດາ​ກໍລະນີ​ຕ່າງໆ​​ໂດຍ​ຈຳ​ເປັນ.
TAG
vov/vovworld/ໂລກໄຂ້ຫວັດ

More