VOV WorldVOV World
ເປີດ​ຕົວກິດ​ຈະ​ກຳ ຊາວ​ໜຸ່ມ “ລະ​ຫັດ QR ເຜີຍ​ແຜ່, ໂຄ​ສະ​ນາ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ IUU”
27/03/2026 12:28
(VOVWORLD) - ກິດຈະກຳໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ປ່ຽນແປງໃໝ່ຮູບແບບການໂຄສະນາ, ໝູນໃຊ້ການຫັນເປັນດີຈີຕອນ ໃນວຽກງານເຜີຍແຜ່, ສຶກສາກົດໝາຍໄປຍັງຊາວປະມົງ.
ເປີດ​ຕົວກິດ​ຈະ​ກຳ ຊາວ​ໜຸ່ມ “ລະ​ຫັດ QR ເຜີຍ​ແຜ່, ໂຄ​ສະ​ນາ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ IUU”
ຊາວປະມົງ QR ຢູ່ທ່າກຳປັ່ນປາ ຕຽນເຈົາ (ພາບ: nhandan.vn ) ວັນທີ 26 ມີນາ ຢູ່ທ່າກຳປັ່ນປາ ຕຽນເຈົ້າ, ປ້ອມປ້ອງກັນຊາຍດແດນ ອານຫ໋າຍ (ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດັກລັກ) ໄດ້ສົມທົບກັບຄະນະບໍລິຫານງານຊາວໜຸ່ມຕາແສງ ຕຸຍອານດົງ ຈັດພິທີເປີດຕົວກິດຈະກຳຊາວໜຸ່ມ “ລະຫັດ QR ເຜີຍແຜ່, ໂຄສະນາບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ IUU”. ກິດຈະກຳໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ປ່ຽນແປງໃໝ່ຮູບແບບການໂຄສະນາ, ໝູນໃຊ້ການຫັນເປັນດີຈີຕອນ ໃນວຽກງານເຜີຍແຜ່, ສຶກສາກົດໝາຍໄປຍັງຊາວປະມົງ. ຕາມນັ້ນແລ້ວ, ບັນດາເນື້ອໃນກ່ຽວຂ້ອງເຖິງຂໍ້ກຳນົດໃນການປ້ອງກັນ, ຕ້ານ IUU, ກົດໝາຍວ່າດ້ວຍການປ້ອງກັນຊາຍແດນ ຫວຽດນາມ ແລະ ບັນດາເອກະສານກົດໝາຍທີ່ກ່ຽວຂ້ອງ ຈະໄດ້ປະມວນເຂົ້າລະຫັດ QR, ຊ່ວຍຊາວປະມົງຊອກຫາຂໍ້ມູນ ດ້ວຍສະມາດໂຟນ ໄດ້ຢ່າງງ່າຍດາຍ ແລະວ່ອງໄວ, ສະດວກ. ນີ້ໄດ້ຮັບຖືວ່າແມ່ນວິທີການທີ່ແທດຈິງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ປະກອບສ່ວນຍົກສູງປະສິດທິຜົນໃນວຽກງານໂຄສະນາກົດໝາຍທາງທະເລ.
TAG
VOV/VOVworld/ຊາວ​ໜຸ່ມ/​ການ​ປ້ອງ​ກັນ/ຕ້ານ IUU

More