ປັດຈຸບັນນີ້, ລັດເຊຍ ຍັງບໍ່ທັນມີປະຕິກິລິຍາໃດຕໍ່ການກະທຳດັ່ງກ່າວ. ລະອຽດ, Brussels ໄດ້ແຈ້ງໃຫ້ຊາບວ່າ ຄຳສັ່ງລົງໂທດຕໍ່ 9 ຄົນ ແລະ 4 ອົງການຈັດຕັ້ງຂອງ ລັດເຊຍ, ໃນຂະນະທີ່ ລອນດອນ ເພີ່ມ 24 ເປົ້າໝາຍເຂົ້າ “ບັນຊີລາຍຊື່ດຳ”. ລັດຖະບານ ອັງກິດ ໃຫ້ຮູ້ວ່າ ນີ້ແມ່ນການລົງໂທດລວມທຳອິດຕໍ່ EU ໃນຂົງເຂດອິນເຕີເນັດ.
ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນໃນກອງປະຊຸມຂອງກຸ່ມ “ສະຫະພັນອາສາສະໝັກ”, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ຢູແກຼນ ຈະຊື້ເຮືອບິນສູ້ຮົບ Rafale 16 ລຳຂອງ ຝລັ່ງ ແລະ ຄາດວ່າ ຈະໄດ້ນຳເຂົ້າເຄື່ອນໄຫວໃນໄລຍະ 2028 – 2029. ປາຣີ ກໍໄດ້ອະນຸຍາດໃຫ້ Kiev ຜະລິດອາວຸດຫຼັກຈຳນວນໜຶ່ງຂອງ ຝລັ່ງ ພາຍໃນປະເທດດ້ວຍຕົນເອງ, ລວມມີລູກສອນໄຟນຳວິຖີ, ລູກສອນໄຟປ້ອງກັນອາກາດ Aster 30 ແລະ ລະເບີດພາທາງອັດສະລິຍະ Hammer.
ແອັງຕວຽນ - ນັກຂ່າວ VOV ປະຈຳ ປາຣີ






