ຕອນເຊົ້າວັນທີ 15 ກໍລະກົດ, ໂດຍສືບຕໍ່ລາຍການເຮັດວຽກໃນວາລະປະຊຸມຄັ້ງທີ 4, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການພິມຈຳໜ່າຍ; ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜູ້ອອກແຮງງານ ຫວຽດນາມ ທີ່ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ແລະ ພິຈາລະນາ, ຮັບຮອງເອົາຮ່າງລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດວ່າດ້ວຍຄ່າທຳນຽມການດຳເນີນຄະດີ.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ ການປັບປຸງກົດໝາຍຕ້ອງມີການຫັນປ່ຽນຢ່າງແຮງຈາກຈິນຕະນາການຄຸ້ມຄອງໄປສູ່ການສ້າງສັນພັດທະນາ. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບໂດຍພື້ນຖານຕໍ່ກັບຄວາມຈຳເປັນຂອງການປັບປຸງກົດໝາຍ, ພ້ອມທັງສະເໜີໃຫ້ສືບຕໍ່ສ້າງສຳເລັດບັນດາຂໍ້ກຳນົດກ່ຽວກັບຮູບແບບກຸ່ມບໍລິສັດພິມຈຳໜ່າຍ - ສື່ມວນຊົນ; ເພີ່ມເຕີມບັນດາກົນໄກພັດທະນາການພິມຈຳໜ່າຍດີຈີຕອນ, ໝູນໃຊ້ປັນຍາປະດິດ, ເພີ່ມທະວີການປົກປ້ອງສິດທິຂອງຜູ້ຂຽນ ແລະ ແກ້ໄຂບັນດາການກະທຳລະເມີດຢ່າງເຂັ້ມງວດ.







