ເວບໄຊ duthaoonline ແມ່ນພາຫະນະ ເພື່ອໃຫ້ປະຊາຊົນເຂົ້າຮ່ວມການສ້າງກົດໝາຍ
22/02/2012 14:04
ສູນຂໍ້ມູນຂ່າວສານ, ຫໍສະໝຸດ ແລະ ຄົ້ນຄ້ວາວິທະຍາສາດ ສັງກັດຫ້ອງວ່າການສະພາແຫ່ງຊາດ ໄດ້ແນະນຳເວບໄຊ ແຜນຮ່າງອອນລາຍ ຜ່ານລະຫັດ duthaoonline.quochoi.vn

ພາບປະກອບ (vietnamnet.vn) (vovworld) - ຕອນເຊົ້າວັນທີ 22/2, ສູນຂໍ້ມູນຂ່າວສານ, ຫໍສະໝຸດ ແລະ ຄົ້ນຄ້ວາວິທະຍາສາດ ສັງກັດຫ້ອງວ່າການສະພາແຫ່ງຊາດ ເປີດສະຫຼອງເວບໄຊ duthaoonline.quochoi.vn. ຈຸດປະສົງຂອງແວບໄຊນີ້ ແມ່ນສ້າງຊ່ອງຂໍ້ມູນຂ່າວສານສອງສົ້ນເພື່ອຕິດພັນກັບບັນດາອົງການຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ ແລະ ແມ່ນພາຫະນະທີ່ມີຜົນປະໂຫຍດເພື່ອໃຫ້ປະຊາຊົນສາມາດເຂົ້າຮ່ວມໂດຍກົງເຂົ້າໃນວິວັດການສ້າງກົດໝາຍຂອງສະພາແຫ່ງຊາດ. ຕາມທ່ານ ຫງວຽນຊີ້ຢູງ ຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດແລ້ວ, ຜ່ານເວບໄຊດັ່ງກ່າວ ຈະຊ່ວຍໃຫ້ສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ ມີຊ່ອງຂໍ້ມູນຂ່າວສານຫນຶ່ງຕື່ມອີກ ເພື່ອເກັບກຳຄຳເຫັນ, ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນ ຜ່ານນັ້ນ ຮັບໃຊ້ເລື່ອງພິຈາລະນາ, ປັບປຸງ, ຮັບຮອງເອົາຮ່າງກົດໝາຍ, ລັດຖະບັນຍັດໃຫ້ສອດຄ່ອງກັບຊີວິດກວ່າ. ທ່ານ ຫງວຽນຊີ້ຢູງ ຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດໄດ້ເວົ້າວ່າ:
TAG
duthaoonline.quochoi.vn.
Related
More





