VOV WorldVOV World
ຫລຸດຜ່ອນບັນຈຸພະນັກງານໃຫ້ກະທັດລັດແລະສ້າງຖັນແຖວພະນັກງານແມ່ນການກຳນົດທິດອັນຖືກຕ້ອງ
14/01/2015 09:03
(vovworld)- ສະ​ຫລຸບກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ຊຸດ​ທີ 11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປ​ັນ​ຕ້ອງ​ສ້າງ
ຫລຸດຜ່ອນບັນຈຸພະນັກງານໃຫ້ກະທັດລັດແລະສ້າງຖັນແຖວພະນັກງານແມ່ນການກຳນົດທິດອັນຖືກຕ້ອງ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພາບ:dantri.com.vn  (vovworld)- ສະ​ຫລຸບກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ຊຸດ​ທີ 11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປ​ັນ​ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ໃນ​ການ​​ຫລຸດ​ຜ່ອນບັນ​ຈຸ​ພະ​ນັກ​ງ​ໃຫ້​ກະ​ທັດ​ລັດ ແລະ ສ້າງ​ໂຄງ​ປະ​ກອບ​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນຄືນ​ໃຫມ່, ດຶງ​ດູດ​ຜູ້​ມີ​ຄຸນ​ສົມ​ບັດ, ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ເຂົ້າ​ເຮັດ​ວຽກ​ໃນ​ບັນ​ດາ​ອົງ​ການ, ຫົວ​ຫນ່ວຍ​ຂອງ​ພັກ, ລັດ ແລະ ບັນ​ດາ​ອົງ​ການ​ການ​ເມືອງ ສັງ​ຄົມ. ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ສົນ​ໃຈ ແລະ ສະ​ຫນັບ​ສະ​ຫນູນ​ຈາກ​ຫາງ​ສຽງ. ທ່ານ ເຈີ​ນ​ແອງ​ຕວນ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ຄາດ​ຄະ​ເນ​ຄວາມ​ຕ້ອງ​ການ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຂໍ້​ມູນ​ຂ່າວ​ສານ​ຕະ​ຫລາດ​ແຮງ​ງານ ນະ​ຄອນ​ໂຮ່​ຈິ​ມີນ ຖື​ວ່າ: ນີ້​ແມ່ນ​ການ​ກຳ​ນົດ​ທິດ​ອັນ​ຖືກ​ຕ້ອງ ແລະ ທັນ​ການ ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ໃນ​ການ​ສ້າງ​ຖັນ​ແຖວ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເຮັດ​ວຽກ​ໃນ​ກົງ​ຈັກ​ລັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.        
TAG
vovworld/ຖັນ​ແຖວ​ຊັບ​ພະ​ຍາ​ກອນ​ມະ​ນຸດ