ຫວຽດນາມ - ອາເມລິກາ ປຶກສາຫາລືດ້ານປ້ອງກັນຊາດ
27/09/2019 11:59
(VOVWORLD) - ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Stephen Sklenka ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຮັດວຽກລະຫວ່າງ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ກຳນົດນະໂຍບາຍ ກັບ ກົມພົວພັນການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ).

ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Daniel J. Kritenbrink, ເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ, ແລະ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ວາງກຳນົດນະໂຍບາຍ (ກອງບັນຊາການມະຫາສະໝຸດອິນເດຍ -ປາຊີຟິກ ຂອງ ອາເມລິກາ), ເນື່ອງໃນໂອກາດຄະນະມາເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານ Daniel J. Kritenbrink ຖືວ່າ ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງການພົວພັນອັນດີງາມລະຫວ່າງກອງທັບສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດ. ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Stephen Sklenka ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຮັດວຽກລະຫວ່າງ ຄະນະຜູ້ແທນກົມແຜນການຍຸດທະສາດ ແລະ ກຳນົດນະໂຍບາຍ ກັບ ກົມພົວພັນການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ). ຕາມນັ້ນແລ້ວ, ສອງອົງການລ້ວນແຕ່ເຫັນດີເປັນເອກະພາບໃນການສ້າງເສັ້ນທາງ, ແຜນການເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດສອງປະເທດເຊິ່ງໄດ້ກຳນົດໃນປີ 2019 ແລະ ໃນຊຸມປີຕໍ່ໆໄປ. ທ່ານພົນໂທ ຫງວຽນຈີ໊ວິງ ມີຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ກໍ່ສ້າງ ແລະ ຍູ້ແຮງບັນດາແຜນການຮ່ວມມືໃນອະນາຄົດ, ເປັນຕົ້ນແມ່ນບັນດາຂົງເຂດການເດີນເຮືອ, ຄວາມໝັ້ນຄົງທາງທະເລ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນກໍ່ສ້າງຕັ້ງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃຫ້ນັບມື້ນັບມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ.
TAG
VOV/VOVworld/ຫວຽດນາມ/ອາເມລິກາ
Related
More




