(ພາບ: qdnd.vn)
ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 20 (ADMM) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ ຄັ້ງທີ 13 (ADMM-Plus) ຢູ່ Cebu, ປະເທດ ຟີລິບປິນ, ວັນທີ 28 ຕຸລາ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດຈຳນວນໜຶ່ງ.
ທີ່ການພົບປະກັບ ທ່ານ Richard Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ, ທ່ານພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບແລ້ວ, ໂດຍສຸມໃສ່: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືດ້ານທະຫານເຮືອ, ການຄົ້ນຫາກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ; ແບ່ງປັນປະສົບການໃນການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບທີ່ເສຍຊີວິດເພື່ອຊາດ...
ເມື່ອແລກປ່ຽນກັບ ທ່ານ Koizumi Shinjiro, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ທັງສອງຝ່າຍໄດ້ເຫັນດີສືບຕໍ່ນຳການຮ່ວມມືດ້ານປ້ອງກັນຊາດໃຫ້ເຂົ້າສູ່ລວງເລິກ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ; ພ້ອມກັນນັ້ນ, ກໍ່ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ - ຍີ່ປຸ່ນ ໃນການບຳລຸງສ້າງ, ຄວາມໝັ້ນຄົງທາງໄຊເບີ ແລະ ຍົກສູງກຳລັງຄວາມສາມາດ.
ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ Pete Hegseth, ລັດຖະມົນຕີກະຊວງສົງຄາມ ອາເມລິກາ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໂດຍອີງໃສ່ພື້ນຖານຄວາມເໝາະສົມກັບຄວາມຕ້ອງການ, ກຳລັງຄວາມສາມາດ, ຜົນປະໂຫຍດຂອງທັງສອງຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.








