ຫວຽດນາມ ຕັ້ງໜ້າກະກຽມເນື້ອໃນຊຸກຍູ້ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ໃນ ອາຊຽນ
27/08/2019 09:52
(VOVWORLD) - “ຫວຽດນາມ ຕັ້ງໜ້າກະກຽມເນື້ອໃນຊຸກຍູ້ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ໃນ ອາຊຽນ”.

ນີ້ແມ່ນຄໍາຢັ້ງຢືນຂອງທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃນຕອນບ່າຍວັນທີ 26 ສິງຫາ ຢູ່ຮ່າໂນ້ຍ. ຕາມທ່ານລັດຖະມົນຕີແລ້ວ, ດ້ວຍຄວາມຮັບຜິດຊອບກະກຽມໃຫ້ແກ່ປີຫວຽດນາມເປັນປະທານ ອາຊຽນໃນປີ 2020, ຂະແໜງວັດທະນະທໍາ-ສັງຄົມ ໄດ້ມີການປຶກສາຫາລື ແລະ ເຫັນດີເປັນເອກະພາບກັນບັນດາເນື້ອໃນເຄື່ອນໄຫວຂອງຕົນ ໂດຍສຸມໃສ່ 2 ບັນຫາໃຫຍ່ຄື: “ທີໜຶ່ງແມ່ນເນື້ອໃນກ່ຽວຂ້ອງເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃນນັ້ນ ປັບຕົວໃຫ້ເໝາະສົມກັບການປະຕິວັດອຸດສາຫະກໍາ 4.0 ກໍຄື ສັນຍາ MNP (ສັນຍາວ່າດ້ວຍການເຄື່ອນຍ້າຍ ບຸກຄົນວິຊາຊີບ, ແຮງງານສີມື ອາຊຽນ) ໃນສະພາບການໃໝ່. ທີສອງແມ່ນສຸມໃສ່່ບັນຫາທີ່ມີລັກສະນະຍຸດທະສາດ, ບັນຫາພັດທະນາສັງຄົມ ເພື່ອໃຫ້ປະຊາຊົນທຸກຄົນ ໄດ້ຊົມໃຊ້ສິດຮັບປະກັນຊີວິດການເປັນຢູ່ໄດ້ເປັນຢ່າງດີທີ່ສຸດ, ສ້າງການພັດທະນາແບບຍືນຍົງ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ. ບັນດາເນື້ອໃນດັ່ງກ່າວ ຈະໄດ້ສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 , 37 ແລະ ສະເໜີຕໍ່ຖະແຫຼງການຂັ້ນສູງ”.
TAG
VOV/VOVworld/ວັດທະນະທໍາ/ສັງຄົມ/ຊັບພະຍາກອນມະນຸດ
Related
More





