ຫວຽດນາມ ພົບປະສົນທະນາສຳເລັດຜົນຢູ່ CERD ຕ້ານການ ຈຳແນກເຊື້ອຊາດຜິວພັນ
23/02/2012 08:17
ຫວຽດນາມ ໄດ້ຕອບຄຳຖາມ 40 ຂໍ້ ຂອງບັນດາສະມາຊິກ CERDທີ່ກ່ຽວຂ້ອງເຖິງບັນຫາຮັບປະກັນບັນດາສິດຂອງຊາວຊົນເຜົ່າສ່ວນຫນ້ອຍ ໂດຍສົນທິສັນຍາ ກຳນົດ

ຫວຽດນາມມີຫລາຍນະໂຍບາຍບຸລິມະສິດໃຫ້ແກ່ ປຊຊ ຊົນເຜົ່າສ່ວນຫນ້ອຍ ພາບປະກອບ (vovworld) - ຄະນະຜູ້ແທນລັດຖະບານ ຫວຽດນາມ ແລະ ຄະນະກຳມະການສົນທິ ສັນຍາຕ້ານການຈຳແນກເຊື້ອຊາດຜິວພັນ ຫລື (CERD) ຫາກໍດຳເນີນການພົບປະສົນທະນາເປັນ 2 ຄັ້ງກັບ CERD ກ່ຽວກັບບົດລາຍງານປະຕິບັດສົນທິສັນຍາສາກົນ ລົບລ້າງທຸກຮູບການຈຳແນກເຊື້ອຊາດຜິວພັນໄລຍະ 2000 -2009 ຂອງຫວຽດນາມ ຢູ່ ເຊີແນວ ປະເທດສະວິດ ໃນວັນທີ 21 - 22/02. ທ່ານ ຮ່າຮຸ່ງ ຮອງລັດຖະມົນຕີ, ຮອງຫົວຫນ້າຄະນະກຳມະການຊົນເຜົ່າ, ຫົວຫນ້າຄະນະຜູ້ແທນລັດຖະບານ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕອບຄຳຖາມ 40 ຂໍ້ ຂອງບັນດາສະມາຊິກ CERDທີ່ກ່ຽວຂ້ອງເຖິງບັນຫາຮັບປະກັນບັນດາສິດຂອງຊາວຊົນເຜົ່າສ່ວນຫນ້ອຍ ໂດຍສົນທິສັນຍາ ກຳນົດ. ກ່ຽວຂ້ອງເຖິງບັນດາຂ່າວຄາວທີ່ວ່າ ມີການຈຳແນກປະພຶດຕໍ່ສຳລັບບັນດາຊົນເຜ່ົາສ່ວນຫນ້ອຍ, ຫວຽດນາມ ໄດ້ຢືນຢັນວ່າ: ກົດໝາຍຂອງຫວຽດນາມ ມີຫລາຍນະໂຍບາຍບູລິມະສິດໃຫ້ແກ່ປະຊາຊົນຊົນເຜົ່າ, ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າໄດ້ສຳພັດກັບຕະຫລາດແຮງງານ, ສ້າງວຽກເຮັດງານທຳ, ຊຸກຍູ້ພັດທະນາການຜະລິດ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈ.
TAG
ຊົນເຜົ່າສ່ວນຫນ້ອຍ
Related
More





