ຫວຽດນາມ ສະໜັບສະໜູນຢ່າງແຮງລະບົບການຄ້າຫຼາຍຝ່າຍ
11/04/2026 08:30
[VOVWORLD] - ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແລະ ຍາມໃດ ຫວຽດນາມ ກໍ່ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ WTO

11.4-am_sang-12-vn_ung_ho.jpg ທີ່ການພົບປະ (ພາບ: TTXVN) ວັນທີ 10 ເມສາ, ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ຂ້າງອົງການການຄ້າໂລກ (WTO) ໄດ້ມີການພົບປະກັບທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO, ເພື່ອແລກປ່ຽນກ່ຽວກັບການກຳນົດທິດວຽກງານໃນໄລຍະຈະມາເຖິງຂອງອົງການ, ກໍ່ຄືຢືນຢັນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ຕໍ່ລະບົບການຄ້າຫຼາຍຝ່າຍ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນຄືນໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແລະ ຍາມໃດ ຫວຽດນາມ ກໍ່ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ WTO, ເຂົ້າຮ່ວມບັນດາການເຄື່ອນໄຫວ, ວາລະປຶກສາຫາລື ແລະ ເຫດການຢູ່ນອກກອງປະຊຸມຢ່າງຄົບຖ້ວນ. ສຳລັບ ຫວຽດນາມ, WTO ສືບຕໍ່ຮັກສາບົດບາດສຳຄັນພິເສດໃນການສ້າງບັນດາຫຼັກການການຄ້າໃຫ້ມີສະຖຽນລະພາບ, ອາດສາມາດຄາດຄະເນໄດ້ ແລະ ມີຄວາມຍຸຕິທຳ, ຜ່ານນັ້ນ ກໍ່ປະກອບສ່ວນປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາສະມາຊິກ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ແຈ້ງໃຫ້ທ່ານ ນາງ Ngozi Okonjo-Iweala ຊາບເລື່ອງ ຫວຽດນາມ ຕົກລົງເຂົ້າຮ່ວມສັນຍາເຕັກໂນໂລຊີຂໍ້ມູນຂ່າວສານເປີດກວ້າງ (ITA2) ຢ່າງເປັນທາງການ.
TAG
VOV/VOVWORLD/ວາລະ/ປຶກສາຫາລື/ເຫດການ
Related





